ວັນທີ 10 ທັນວາ 2021 ນີ້ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດສ໌ ຫຼື APL+ ຮ່ວມກັບ ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສຳພັນ,ອົງການສາຫະປະຊາຊາດຕ້ານເອດສ໌ (UNAIDS) ແລະ ມູນນິທິຊ່ວຍເຫຼືອ ດູແລຜູ້ຕິດເຊື້ອ (AHF) ໄດ້ຈັດງານວັນສາກົນຕ້ານເອດສ໌ ປະຈຳປີ 2021 ທີ່ ໂຮງແຮມວຽງຈັນພລາຊ່າ.ນະຄອນຫຼວງວຽງຈັນ.
ວັນສາກົນຕ້ານເອດສ໌ (World AIDS Day) ເປັນວັນແຫ່ງການສົ່ງເສີມຄວາມຮູ້ ແລະ ກະຕຸ້ນໃຫ້ປະຊາກອນໂລກເກີດຄວາມຮູ້ ຄວາມເຂົ້າໃຈເຖີງປັນຫາ ແລະ ແນວທາງການຕໍຕ້ານພະຍາດເອດສ໌ ຊຶ່ງເປັນວັນນານາຊາດຮ່ວມມືກັນ ແລະ ຍັງເປັນວັນແຫ່ງການໄວ້ອາໄລເຖິງຜູ້ເສຍຊີວິດຍ້ອນພະຍາດເອດສ໌ດ້ວຍ.
ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ.ບົວທອງ ສີມະນູວົງ ຮອງຫົວຫນ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ທ່ານ ທອງແດງ ສີລາກຸນ ຜູ້ຈັດການອົງສາຫະປະຊາຊາດຕ້ານເອດ ແລະ ທ່ານ ກໍລະກັນ ທິບພະວົງ ປະທານ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດສ໌ແລະ ແພດໝໍ,ອາສາສະໝັກ ຈາກ ໂຮງຫມໍ, ແລະ ພະແນກສາທາລະນະສຸກແຂວງ 12 ແຂວງ ແລ້ວ ນອກຈາກນັ້ນ ຍັງມີ ຕ່າງຫນ້າຈາກ ອົງການຈັດຕັ້ງສັງຄົມລາວ,ອົງການຈັດຕັ້ງສາກົນກໍໃຫ້ກຽດເຂົ້າຮ່ວມ.
ໃນງານດັ່ງກ່າວ ດຣ.ບົວທອງ ຍັງໄດ້ ນຳເໜີບົດສະຫຼຸບວຽກງານ ແລະ ຜົນສຳເລັດຜ່ານມາຂອງວຽກງານຕ້ານເອດສ໌ໃນ ສປປ.ລາວ, ທ່ານ ທອງແດງ ສີລາກຸນ ນຳສະເໜີທິດທາງວຽກງານຕໍ່ຫນ້າ ຂອງສະຫະປະຊາຊາດຕ້ານເອດ (UNAIDS) ແລະ ກ່າວປະກອບຄຳຄິດເຫັນຂອງທ່ານ ກໍລະກັນ ປະທານ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດສ໌.
ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ການຈັດງານວັນສາກົນຕ້ານເອດສ໌ປີນີ້ ແຕກຕ່າງຈາກປີຜ່ານມາ ທາງສະມາຄົມຈຶ່ງໄດ້ຈັດງານແບບກະທັດຮັດ ແລະ ຈຳກັດຜູ້ເຂົ້າຮ່ວມ. ສ່ວນ ສະມາຊິກ ແລະ ອາສາສະມັກຕ່າງແຂວງທີ່ເຮັດວຽກກັບຊຸມຊົນໄດ້ເຂົ້າຮ່ວມປະຊຸມ ແລະ ປະກອບຄຳຄິດເຫັນທາງໄກຜ່ານໂປຣແກຣມ Zoom.
ນອກຈາກນັ້ນ, ເລື່ອງເນື້ອໃນວຽກງານຕ້ານເອດສ໌ ທ່ານ ພັນທະມິດ ແສງປັນຍາ ຜູ້ອຳນວຍການ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດສ໌ ໄດ້ໃຫ້ສຳພາດຕອນໜື່ງວ່າ ເນື່ອງດ້ວຍສະພາບໂຄວິດ-19 ຍັງສຶບຕໍ່ການແຜ່ລະບາດ ແລະ ເບິ່ງທ່າທີ່ຍັງບໍ່ໝົດໄປງ່າຍ ພວກເຮົາ ກໍ່ຄື ອາສາສະມັກ ແລະ ສະມາຊິກ ທີ່ເຮັດວຽກກັບຊຸມຊົນ ຈະຕ້ອງໄດ້ເຮັດວຽກໜັກເປັນທະວີຄູນ ແລະ ຈະສຸ່ມໃສ່ເຮັດວຽກໂຄສະນາເຜີຍແຜ່ ທາງສື່ສັງຄົມອອນລາຍໃຫ້ດີແລະ ເຂົ້າເຖີງກຸ່ມເປົ້າໝາຍໄດ້ດີຍິ່ງຂື້ນ.