ການຕໍ່ສູ້ກັບເຊື້ອເຮສໄອວີຂອງນາງນ້ອຍ

ການຕໍ່ສູ້ກັບເຊື້ອເຮສໄອວີຂອງນາງນ້ອຍ

ນາງນ້ອຍ (ຊື່ຫຼີ້ນ) ອາຍຸ 13 ປີ ມີຊີວິດຢູ່ກັບເຊື້ອເຮສໄອວີ. ນາງອາໄສຢູ່ບ້ານແຫ່ງໜື່ງບໍ່ໄກຈາກສູນປິ່ນປົວຂອງແຂວງຫຼວງນໍ້າທາປານໃດ. ຕອນອາຍຸໄດ້ 4 ເດືອນນາງເລີ່ມມີປັນຫາສຸຂະພາບ ອາຍຸ 6 ເດືອນ ພົບວ່າຕິດເຊື້ອເຮສໄອວີ.
ແມ່ທອງຄຳ(ຊື່ສົມມຸດ) ຫົວຫນ້າກຸ່ມຊ່ວຍເຫຼືອດດູແລຕົນເອງ ຫຼື ອາສາສະໝັກຕົວຫຼັກທີ່ດຳລົງຊີວິດຢູ່ກັບເຊື້ອເຮສໄອວີ ເຮັດວຽກຢູ່ຈຸດຈ່າຍຢາຊ່ວຍທ່ານໝໍ ແລະ ຍັງເປັນຜູ້ໃຫ້ຄຳປຶກສາ ຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີປະຈຳໂຮງໝໍແຂວງຫຼວງນ້ຳທາ ກ່າວວ່າ “ຖ້າບໍ່ມີທ່ານໝໍຜູ້ຊຽວຊານເລື່ອງພະຍາດເອດ ຈາກໂຄງການແພດໄຮ້ພົມແດນຂອງປະເທດໄທ ພວກເຮົາຄົງຈະບໍ່ເຫັນນາງນ້ອຍເຕີບໃຫຍ່ເປັນໄລລຸ້ນໄດ້.
ຕອນນັ້ນ ທ່ານໝໍຊຽວຊານພະຍາດເອດໄດ້ແນະນຳໃຫ້ທ່ານໝໍຄົນລາວປິ່ນປົວອາການຕິດເຊື້ອຂອງນາງທັນທີ່ ເຖິງແມ່ນວ່າ ຜົນກວດຈະຍັງເປັນລົບກໍຕາມ.ສອງເດືອນຕໍ່ມານາງໄດ້ເຂົ້າກວດອິີກເທື່ອໜຶ່ງຈຶ່ງພົບວ່າຕິດເຊື້ອເຮສໄອວີ ເໝືອນແມ່ຂອງນາງ.
ຈັ່ງແມ່ນຫນ້າເສົ້າໃຈ. ແມ່ຂອງນາງນ້ອຍຢ່າຮ້າງກັບຜົວ ແລ້ວກັບໄປຢູ່ບ້ານເກີດຢູ່ແຂວງອຸດົມໄຊ, ປະນາງໄວ້ກັບພໍ່ ຕອນທີີ່ນາງອາຍຸໄດ້ພຽງສອງປີ ແລ້ວ ສອງປີ ຫຼັງຈາກນັ້ນແມ່ຂອງນາງກໍເສຍຊີວິດລົງເພາະພະຍາດເອດ.
ຊີວິດໄວລຸ້ນຂອງນາງນ້ອຍປະເຊີນກັບຄວາມທ້າທາຍຫຼາຍຢ່າງ. ຕອນນັ້ນ ພໍ່ນາງຄົງຄິດວ່າໄດ້ດູແລເອົາໃຈໃສ່ລູກສາວຂອງລາວດີພໍ ໂດຍການຊ່ວຍເຫຼືອ ແລະ ໃຫ້ໂອກາດລູກໄດ້ຮຽນໜັງສຶໃນລະດັບທີ່ສູງກວ່າປະຖົມສຶກສາ. ຢ່າງໃດກໍຕາມ, ນາງບໍ່ໄດ້ເຕີບໃຫຍ່ຢູ່ໃນສະພາບແວດລ້ອມທີ່ເອື້ອອຳນວຍ. ເນື່ອງຈາກທັງພໍ່ ແລະ ພໍ່ຕູ້ຂອງນາງຕິດຢາເສບຕິດ ຜູ້ເປັນພໍ່ບໍ່ມີອາຊີບທີ່ແນ່ນອນ ແຖມຍັງຄ້າຂາຍ ແລະ ເສບຢາເສບຕິດ ສຸດທ້າຍກໍລົງເອີຍຊີວິດດ້ວຍການຕິດຄຸກ.
ຕອນນີ້ນາງນ້ອຍອາໄສຢູ່ກັບພໍ່ຕູ້ທີ່ບໍ່ມີອາຊີບທີ່ແນ່ນອນເຫມືອນກັນ ຫາເຮັດວຽກຮັບຈ້າງບ່ອນຫັ້ນບ່ອນນີ້ ແລະ ເນື່ອງຈາກພໍ່ຕູ້ກໍຕິດຢາ ນາງຈຶ່ງບໍ່ໄດ້ຮັບການດູແລເອົາໃຈໃສດີຕະຫຼອດ, ນາງນ້ອຍກ່າວພ້ອມທັງນໍ້າຕາທີ່ໄຫຼອາບຫນ້າວ່າ: “ບາງເທື່ອຂ້ອຍບໍ່ມີຮອດເຂົ້າກີນ. ຂ້ອຍຕ້ອງດຳລົງຊີວິດຢູ່ໂດຍການອົດອາຫານຮອດສອງມື້ ດື່ມແຕ່ນ້ຳເພື່ອປະທັງຊີວິດ.” ຈັ່ງແມ່ນໂຊກຮ້າຍ ເຄືອຂາຍສະວັດດີການທາງສັງຄົມພາຍໃນປະເທດກໍຍັງຢູ່ໄລະຍະເລີ່ມຕົ້ນ ຈຶ່ງເຮັດໃຫ້ທາງການແຂວງບໍ່ສາມາດຈັດການປັນຫາເດັກກຳພ້າໄດ້.
ຈາກການປະເຊີນໜ້າກັບປັນຫາຂອງນາງ ເຊິ່ງເປັນເວລາ 5 ປີແລ້ວ ທີ່ນາງໄດ້ຮັບການສະໜັບສະໜູນ ຈາກສະມາຄົມເຄືອຂ່າຍຜູ້ເຊື້ອເຮສໄອວີເອດ (APL+) ເຊິ່ງເປັນທຶນຊ່ວຍເຫຼືອຂະນາດນ້ອຍຈາກກອງທຶນໂລກເພື່ອເດັກນ້ອຍກຳພ້າທຸກຍາກອະນາຖາ. ປະຈຸບັນນີ້ ນາງກຳລັງສຶກສາຢູ່ໂຮງຮຽນມັດທະຍົມຕອນຕົ້ນປີທີໜຶ່ງ. ນາງເກັ່ງພາສາລາວຫຼາຍ ແລະ ເປັນຍັງວິຊາທີ່ນາງມັກ.
ແມ່ທອງຄຳ ເວົ້າວ່າ “ນາງນ້ອຍໄດ້ຮັບເງິນຊ່ວຍເຫຼືອຈາກໂຄງການ ຈາກທາງ ສຄອ\APL+ 200,000 ກີບ ຫຼື ປະມານ 12 ໂດລາທຸກໆສາມເດືອນ. ເງິນທັງໝົດໃຊ້ຊື້ອຸປະກອນການສຶກສາ, ເຄື່ອງນຸ່ງໄປໂຮງຮຽນ ແລະ ບາງເທື່ອກໍຊື້ເຂົ້າສານ, ສະບູ, ເຄື່ອງໃຊ້ສ່ວນຕົວ ແລະ ອື່ນໆ. ແມ່ທອງຄຳກ່າວວ່າ: 200,000 ກີບ ຕໍ່ສາມເດືອນແມ່ນບໍ່ພຽງພໍ. ບາງເທື່ອ ຂ້ອຍຈຶ່ງເອົາເຂົ້າ, ເຄື່ອງມືສອງ ແລະ ເງີນໃຫ້ອີກ ເມື່ອນາງມາຂໍຄວາມຊ່ວຍເຫຼື່ອຮອດເຮືອນ”.
ແມ່ທອງຄຳມີຄວາມເປັນຫ່ວງນຳນາງນ້ອຍ ທີ່ເລີ່ມໃຫຍ່ເປັນສາວແລ້ວ ຍັງອາໄສຢູ່ກັບພໍ່ຕູ້ທີ່ຕິດຢາ. ດັ່ງນັ້ນ, APL+ ຈຶ່ງໄດ້ປະສານງານກັບພະແນກສຶກສາທິການແຂວງ ຊ່ວຍນາງເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າໄດ້ສຳເລັດ. ແນວໃດກໍຕາມ,ໃນປີນີ້ APL+ ຈະຕ້ອງຈ່າຍຄ່າເທີມໂດຍໃຊ້ເງິນຊ່ວຍເຫຼືອຈາກກອງທຶນໂລກເນື່ອງຈາກສົກຮຽນໃຫມ່ເລີ່ມເປີດແລ້ວ ແຕ່ພວກເຮົາບໍ່ມີທຶນຊ່ວຍເຫຼືອໃດເຫຼືອຢູ່. ໂຊກດີແດ່ ປີຫນ້າ ນາງຈະໄດ້ຮັບທຶນການສຶກສາໜຶ່ງ…APL+ ດີໃຈຫຼາຍ ທີ່ທຶນການສຶກສານີ້ຈະຊ່ວຍໃຫ້ນາງສຳເລັດຊັ້ນມັດທະຍົມສຶກສາຕອນຕົ້ນໄດ້
ເຖິງການສຶກສາຂອງນາງຈະໄດ້ຮັບການເບິ່ງແຍງ ປັດຈຸູບັນ APL+ ແລະ ທ່ານໝໍຍັງໄດ້ເອົາໃຈໃສ່ກັບປັນຫາສຸຂະພາບຂອງນາງ. ເບິ່ງຈາກພາຍນອກ ນາງກໍຄືກັບສາວນ້ອຍໄວລຸ້ນທົ່ວໄປ ແຕ່ທ່ານໝໍຈະເປັນຫ່ວງເພາະລະດັບເຊື້ອໄວຣັສໃນເລືອດທີ່ສູງ. ໝໍກ່າວວ່າເຊື້ອໄວຣັສກຳລັງຂະຫຍາຍຕົວ ຄວາມເອົາໃຈໃສ ດູແລຮັກສາຂອງນາງກໍບໍ່ຄ່ອຍດີປານໃດ. ເພື່ອປ້ອງກັນລະດັບເຊື້ອໄວຣັສໃຫ້ຫລຸດລົງ ນາງອາດຈະຕ້ອງເລີ່ມເຂົ້າຮັບການປິ່ນປົວຂັ້ນທີສອງໄວໆນີ້
ທ່ານໝໍທຸກຄົນ ພະຍາຍາມຢ່າງດີທີ່ສຸດ ເພື່ອຊ່ວຍນາງເອົາຊະນະສົງຄາມການຕໍ່ສູ້ກັບເຊື້ອເຮສໄອວີ ເໝືອນທີ່ນາງຕໍ່ສູ້ວິກິດສຸຂະພາບນີ້. ສ່ວນ APL+ ກໍຍັງສືບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາທ່ານໝໍເພື່ອຊ່ວຍນາງຜ່ານຜ່າທຸກໆປັນຫາທີ່ນາງກຳລັງປະເຊີນຕະຫລອດຊີວິດໄວຫນຸ່ມ.
__________________________________________
Noy’s battle against HIV
13 years old Noy (nickname) is living with HIV. She lives in a village not far from the Antiretroviral Treatment (ART) clinic of Luang Namtha province. Noy was only 4 months old when she started to have health problems and at six months she was diagnosed with HIV.
“If there was no AIDS specialist from the Doctors Without Borders of Thailand, we will not see Noy grow up to be a teen,” said Thongkham, the Provincial Self-Help Group Leader/volunteer living with HIV working at the ART site. At that time, the AIDS specialist advised the Lao doctors to treat Noy immediately for HIV – even though her result was negative. Two months later she was tested again and Noy was diagnosed with HIV – like her parent.
Sadly, Noy’s mother separated from her husband and returned to her hometown in Oudomxay province, leaving the two-year-old toddler with her father. Two years later Noy’s mother died from AIDS.
Noy continues to face many challenges in her young life. Noy’s father thought he was taking adequate care of his young daughter by giving her a chance to study beyond compulsory primary education. However, Noy is growing up in an unfavorable environment as both her father and grandfather are amphetamine addicts. Noy’s father has no permanent job, uses and sells drugs, and ended up in prison.
Noy is now living with her grandfather who is doing odd jobs here and there. Due to his drug addiction, Noy is not always his primary concern. “I sometimes have no food to eat. I had to go without food for two days with only water to keep me going” said Noy with tears in her eyes. Unfortunately, the social safety net in the country is still in the infancy stage which is why the province is not able to address the issues confronting orphan children.
Due to the challenges Noy is facing, she has been receiving support from the Association for People living with HIV (APL+) for the past 5 years through a small grant for orphans supported by the Global
Fund. Noy is now studying in her first year at a lower secondary school. She is good at the Lao language which is also her favorite subject.
She gets 200,000 kips or about US$12 every three months from APL+. The amount is used to buy education materials, school uniforms, and sometimes to buy rice, soap, personal hygiene materials, etc. “200,000 kips per three months is not enough. This is why I always give her some rice, second-hand clothes, and additional cash when Noy comes to my house asking for help” said Thongkham.
Thongkham was concerned for Noy – a teenager living with her grandfather who is addicted to amphetamine. Hence, APL+ coordinated with the Provincial Education Department and successfully got her into the Ethical Boarding School. However, this year APL+ will have to pay for her schooling using the Global Fund
grant as the academic year has already started and there was no scholarship left. Luckily, next year she will get one. APL+ is happy for Noy as this will ensure she has the opportunity to complete her
secondary education.
With her education taken care of, APL+ and the doctors are now more concerned about her health. From her appearance, Noy looks like a normal teenager but doctors are worried about her high viral load. The doctors said that the virus is growing and her treatment is not working well. To suppress her viral load, she may need to start the second ART regime soon. The doctors are trying to help Noy win the war against HIV as she battles with this health crisis. APL+ is also working closely with the doctors to help Noy overcomes the many hurdles she is facing in her young life.
________________________
ຕິດຕາມເລື່ອງລາວ,ສາລະຄວາມຮູ້, ຂ່າວກິດຈະກຳ ເພີ່ມເຕີມໄດ້ທີ
Follow us more at : APLPlusLaos
Website : www.aidlao.org
ຜູ້ຕິດເຊື້ອກັບໂຄງການບັນເທົາທຸກ.

ຜູ້ຕິດເຊື້ອກັບໂຄງການບັນເທົາທຸກ.

ຮ່າງກາຍເຊິ່ງເປັນເໝືອນຮັງຂອງພະຍາດ ທຸກຄົນເກີດມາ ຈະຕ້ອງເປັນພະຍາດໃດໜຶ່ງ ບໍ່ມື້ໃດກໍມື້ໜຶ່ງ ບໍ່ແນ່ເຮົາອາດຈະມີພະຍາດ ຫຼື ເຊື້ອໂຣກໃດໜຶ່ງຢູ່ແລ້ວ ທີ່ເຮົາຍັງແຂງແຮງດີຢູ່ກໍເພາະອາໃສ ອາຫານ ອາກາດ ອາລົມ ທີ່ຊ່ວຍເປັນພູ້ມຄຸ້ມກັນທີ່ດີໃນຮ່າງກາຍ.
 
ສ່ວນຄົນທີ່ຕິດເຊື້ອເຮສໄອວີ ເຖິງຈະມີອາຫານ ອາກາດ ອາລົມທີ່ດີ ກໍຈະບໍ່ແຮງແຮງເທົ່າຄົນອື່ນ ເພາະເຊື້ອໄວຣັສທີ່ຝັ່ງຢູ່ ມັນຈະຄ່ອຍທຳຮ້າຍເມັດເລືອດຂາວ ທີ່່ເຮັດໜ້າທີ່ເປັນພູມຄຸ້ມກັນໃນຮ່າງກາຍ.
 
ດັ່ງນັ້ນ,ຄົນທີ່ມີເຊື້ອເຮສໄອວີຈຶ່ງຈຳເປັນຕ້ອງກິນຢາຕ້ານໃຫ້ກົງເວລາທຸກມື້ ແລະ ຕະຫຼອດຊີວິດ ເພື່ອກົດເຊື້ອໄວຣັສບໍ່ໃຫ້ຂະຍາຍຕົວ ຈົນປະລິນມານເຊື້ອເຮສໄອວີໃນກະແສ່ເລືອດຕ່ຳ (Viral Load) ຈຶ່ງຈະແຂງແຮງເໝືອນຄົນທົ່ວໄປ ແລະ ປາສະຈາກພະຍາດແຊກຊ້ອນອື່ນໆໄດ້.
 
ແຕ່ປັນຫາກໍຄືວ່າ ເຖິງບ້ານເຮົາຈະມີຢາກິນ ມີສະຖານທີ່ດູແລປິ່ນປົວ (ART) ແຕ່ກໍຍັງພົບຜູ້ຕິດເຊື້ອບາງຈຳພວກ ທີ່ພົວພັນກັບຢາເສບຕິດ ຂອງມື່ນເມົາ ເຮັດໃຫ້ປະມາດ ຂາດຄວາມເອົາໃຈໃສ່ໃນການກິນຢາ ແລະ ປັນຫາທາງເສດຖະກິດ ຄອບຄົວ ຄົນເຈັບຢູ່ຫ່າງໄກຊອກຫລີກ ຫຼື ຍ້າຍຖິ່ນຖານ ເຮັດໃຫ້ພົບຂໍ້ຍຸ້ງຍາກການໄປຕໍ່ຢາ.
 
ພວກເຮົາ ແລະ ອາສາສະມັກປະຈຳສູນ ARV ແລະ ART ພາຍໃຕ້ໂຄງການຊ່ວຍເຫຼືອໜຶ່ງ ຂອງ GFATM + C19 RM ທີ່ເລັ່ງເຫັນປັນຫານີ້ ຈຶ່ງໄດ້ລົງຕິດຕາມ ແລະ ສະໜັບສະໜູນອາສາສະມັກໄປສົ່ງຢາໃຫ້ເຖິງຄົນເຈັບດ້ວຍຕົວເອງ ເພື່ອໃຫ້ຄຳປຶກສາແບບໄກ້ສິດ ຈົນເຂົ້າໃຈສຸຂະພາບຈິດ ແລະ ຊີວິດການເປັນຢູ່ທີ່ແທ້ຈິງຂອງຄົນເຈັບ.
ດາວອນ ອຸທໄທວົງ ອາສາສະໝັກດີເດັ່ນ ຜູ້ມີຄວາມໜັກແໜ້ນ ແລະ ໃຈດີ

ດາວອນ ອຸທໄທວົງ ອາສາສະໝັກດີເດັ່ນ ຜູ້ມີຄວາມໜັກແໜ້ນ ແລະ ໃຈດີ

ໜຶ່ງໃນອາສາສະມັກດີເດັ່ນຂອງ APL+ ຜູ້ມີຈິດໃຈໜັກແໜ້ນ ເປັນມິດ ແລະ ອາສາເພື່ອປະໂຫຍດສຸກຂອງປະຊາຊົນ ແລະ ສັງຄົມເປັນຫຼັກ ທີ່ຜ່ານມາຊີວິດເພີ່ນຜ່ານຜ່າຫຍັງມາ ເປັນອາສາເຮັດຫຍັງແດ່ ແລະ ແມ່ນຫຍັງເປັນຫົວໃຈສຳຄັນເຮັດໃຫ້ເພີ່ນຍຶດໝັ້້ນວຽກອາສາສະມັກນີ້.

ດາວອນ ອຸໄທວົງ ເລົ່າໃຫ້ພວກເຮົາຟັງວ່າ ປະຈຸບັນ ເປັນອາສາສະມັກ ຜູ້ໃຫ້ຄຳປຶກສາ ຢູ່ໂຮງໝໍແຂວງຫຼວງພະບາງ ແຕ່ກ່ອນພົບຄວາມຫຍຸ້ງຍາກຫຼາຍ ຮຽນກໍບໍ່ທັນຈົບ ເປັນພາລະໃຫ້ຄອບຄົວ ດີແຕ່ເພີ່ນບໍ່ຖີ້ມ ແລະ ໂຊກດີໃນປີ 2009 ທາງໂຮງໝໍ ແລະ ຜູ້ໃຫ້ທຶນເພີ່ນໃຫ້ໂອກາດມາເປັນອາສາສະມັກຢູ່ໂຮງໝໍ ພໍໄດ້ເຮັດວຽກເສດຖະກິດຄອບຄົວກໍຄ່ອຍໆດີຂື້ນ ສາມາດລ້ຽງຕົວເອງ ຄອບຄົວໄດ້ ນ້ອຍຫນຶ່ງ ເຖິງບໍ່ຫຼາຍ.

ຖາມວ່າ ຈຳເປັນບໍ່ຕ້ອງມີອາສາສະມັກໃນວຽກງານໂຕນີ້ ຄື ເຮົາເຮັດວຽກ ເປັນແບບຢ່າງເພື່ອຄົນເຈັບ ໃນການກິນຢາ ການດູແລຕົວເອງ ການຢູ່ ການກິນ ເຮັດແນວໃດຄົນເຈັບເຮົາຊິມີສຸຂະພາບກາຍ ແລະ ຈິດໃຈແຂງແຮງ ສາມາດປ່ຽນຄວາມຄິດ ແລະ ຍົກສູງຈິດຂອງເຂົາເຈົ້າ ຄືເຮົາເປັນຢູ່ຕອນນີ້ໄດ້ ຈາກທີ່ເຮົາເຄີຍຢູ່ຈຸດນັ້ນມາ ເຮົາເຂົ້າໃຈດີວ່າມັນຍາກຫຼາຍ ອີກຢ່າງໜຶ່ງ ເຮົາໄດ້ທັງເຮັດວຽກ ໄດ້ຊ່ວຍເຫຼືອຜູ້ທີ່ທຸກຍາກ ມັນກໍໄດ້ອິ່ມບຸນໄປນຳ.

ແລະ ວຽກຂອງເຮົາ ກໍມີຫຼາຍຢ່າງຕ້ອງເຮັດຊ່ວຍທ່ານໝໍໃນແຕ່ລະມື ຕ້ອງໄດ້ຮ່າງເອກກະສານນັດຄົນເຈັບ ຖ້າຄົນເຈັບບໍ່ມາກໍຕ້ອງໄດ້ໂທຫາກ່ອນຫຼວງຫນ້າ ເພື່ອບໍ່ໃຫ້ຄົນເຈັບລືມ ແລະ ຢ້ານເຂົາບໍ່ມາ ຫຼັງຈາກຄົນເຈັບມາແລ້ວ ເຮົາກໍຕ້ອງໄດ້ໃຫ້ຄຳປຶກສາ ປະເມີນເມັດຢາ ເລື່ອງການກິນຢາ ການປ້ອງກັນ ການວາງແຜນຄອບຄົວ ບາງກໍລະນີ ທີ່ເອົາກັນໃຫມ່ ບໍ່ທັນມີລູກ ຢາກໄດ້ລູກ ແລະ ລາຍງານປະຈຳເດືອນໃຫ້ກອງເລຂາຕ້ານເອດ ສະຫຼຸບການໃຫ້ຄຳປຶກສາຂອງແຕ່ລະເດືອນ ແລະ ແຕ່ລະມື້ຄົນເຈັບມາເຮົາກໍໄດ້ບັນທຶກລົງໃສ່ປື້ມຕິດຕາມຄົນເຈົບ ແລ້ວມາສະຫຼຸບເປັນເດືອນ ເຮົາໄດ້ຕິດຕາມຄົນເຈັບຂາດນັດ ກໍຕ້ອງໄດ້ຈົດໃສ່ປື້ມຂາດນັດ ແລ້ວຫຼັງຈາກນັ້ນກໍຕ້ອງໄດ້ໂທຕາມເຂົາເຈົ້າວ່າ ມື້ຕໍ່ໄປເຂົາຈະມາມື້ໃດ ເດືອນໃດ.

ແລະ ຊ່ວຍວຽກງານສະມາຄົມເຄື່ອຂ່າຍ…(APL+) ເປັນວຽກໂຄສະນາ ຊ່ວຍເດັກອະນາຖາ ແລະ ຄົນເຈັບຕົກອັບ ເຮົາຈະເປັນຜູ້ຊອກຫາຕົວເລກນີ້ໃຫ້ກອງເລຂາ ແລະ ເວລາເຈາະເລືອດກໍແມ່ນອາສາສະມັກ ເປັນຜູ້ແລ່ນ ເພາະວ່າ ໜ່ວຍງານ ກັບຫ້ອງແລັບຢູ່ໄກກັນ ແຕ່ກີ້ມີແຕ່ເຮົາຜູ້ດຽວ ຍາກຫຼາຍ ແຕ່ດຽວນີ້ ໄຄແດ່ ມີອາສາສະມັກ 2 ຄົນມາຊ່ວຍກັນ ເລື່ອງວຽກຕົວນີ້.

ຮູ້ສຶກດີໃຈ ພາກພູມໃຈ ທີ່ເປັນອາສາສະມັກຍິງຄົນໜຶ່ງ ໄດ້ມີໂອກາດພັດທະນາຄວາມຮູ້ ຄວາມສາມາດ ແລະ ໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກທ່ານໝໍ ແລະ ເພື່ອນໃນກຸ່ມຈາກການເຮັດກິດຈະກຳໃນຫຼາຍໆໂຄງການຕະຫຼອດໄລຍະທີ່ຜ່ານມາ.ຕ້ອງຂອບໃຈ APL+ ແລະ ຜູ້ໃຫ້ທຶນ ຈາກໃຈຈິງແທ້ໆ.

ລວມອາການຂອງພະຍາດເຮສໄອວີ/ເອດ ທີ່ທ່ານຄວນຮູ້ກ່ອນສວາຍເກີນໄປ

ລວມອາການຂອງພະຍາດເຮສໄອວີ/ເອດ ທີ່ທ່ານຄວນຮູ້ກ່ອນສວາຍເກີນໄປ

ລວມ ອາການ ຂອງພະຍາດເອດ ທີ່ທ່ານຄວນຮູ້ ?
ການສະແດງກ່ຽວກັບອາການຂອງເຊື້ອ HIV/AIDS: ອາການໄຂ້, ໜາວສັ່ນ, ເປັນຜື່ນຕາມຜິງໜັງ, ເຫື່ອອອກຕອນກາງຄືນ, ເຈັບກ້າມ, ເຈັບຄໍ, ເມື່ອຍລ້າ, ຕ່ອມນ້ຳເຫຼືອງບວມ, ແລະເປັນແຜໃນປາກ.
ບາງຄົນມີອາການຄ້າຍຄືໄຂ້ຫວັດພາຍໃນ 2 ຫາ 4 ອາທິດຫຼັງຈາກການຕິດເຊື້ອ (ເອີ້ນວ່າການຕິດເຊື້ອ HIV ຮຸນແຮງ). ອາການເຫຼົ່ານີ້ອາດຈະແກ່ຍາວເປັນເວລາສອງສາມມື້ ຫຼື ຫຼາຍອາທິດ. ອາການຄ້າງຄຽງທີ່ເປັນໄປໄດ້ປະກອບມີ
ໄຂ້,
ໜາວສັ່ນ,
ຜື່ນ,
ເຫື່ອອອກໃນຕອນກາງຄືນ,
ເຈັບກ້າມເນື້ອ,
ເຈັບ​ຄໍ,
ເມື່ອຍລ້າ,
ຕ່ອມນ້ຳເຫຼືອງ, ແລະ
ປາກເປື່ອຍ.
ແຕ່ບາງຄົນອາດຈະບໍ່ຮູ້ສຶກເຈັບປ່ວຍໃນລະຫວ່າງການຕິດເຊື້ອ HIV ຮຸນແຮງ. ອາການເຫຼົ່ານີ້ບໍ່ໄດ້ຫມາຍຄວາມວ່າທ່ານມີເຊື້ອ HIV. ພະຍາດອື່ນໆກໍສາມາດເຮັດໃຫ້ເກີດອາການດຽວກັນນີ້ໄດ້.
ດັ່ງນັ້ນ.ຄວນໄປພົບຜູ້ໃຫ້ການດູແລສຸຂະພາບທັນທີ່ ຫາກເຈົ້າມີອາການເຫຼົ່ານີ້ ແລະຄິດວ່າເຈົ້າອາດຈະຕິດເຊື້ອ HIV. ການກວດຫາເຊື້ອ HIV ແມ່ນວິທີດຽວທີ່ຈະຮູ້ໄດ້ແນ່ນອນວ່າທ່ານຕິດເຊື້ອຫຼືບໍ່.
ທ່ານສາມາດ ສອບຖາມ ຫຼື ສຶກສາຂໍ້ມູນເພີ່ມເຕີ່ມໄດ້ທີ່ ສູນຕ້ານເອດ ແລະ ພຕພ
6 ແນວຄວາມເຊື່ອຜິດໆກ່ຽວກັບເຊື້ອເຮສໄອວີ/ເອດ

6 ແນວຄວາມເຊື່ອຜິດໆກ່ຽວກັບເຊື້ອເຮສໄອວີ/ເອດ

6 ແນວຄວາມເຊື່ອຜິດໆ ທີ່ທ່ານອາດຍັງບໍ່ຮູ້ ກ່ຽວກັບເຊື້ອເຮສໄອວີ ແນວທາງການຕິດຕໍ່ ແລະ ປະສິດທິພາບຂອງຢາຕ້ານເຊື້ອເຮສໄອວີ/ເອດສ໌ໃນປັດຈຸບັນ
1,ຄົນຕິດເຊື້ອເອດສ໌ມີລູກບໍ່ໄດ້
 
ຄົນຕິດເຊື້ອເອສໄອວີສາມາດມີລູກຢ່າງປອດໄພໄດ້ ປັດຈຸບັນແນວທາງການຮັກສາຜູ້ຕິດເຊື້ອເຮສໄອວີ ພັດທະນາໄປຫຼາຍ ແລະ ດ້ວຍການໃຊ້ຢາຕ້ານໄວຣັສມີປະສິດທິພາບ ເຮັດໃຫ້ຜູ້ຕິດເຊື້ອ ມີສຸຂະພາບແຂງແຮງ ມີຊີວິດຢືນຍາວບໍ່ຕ່າງກັບຄົນທົ່ວໄປ.ເມື່ອສຸຂະພາບແຂງແຮງ ການວາງແຜນມີລູກກໍ່ບໍ່ແມ່ນເລື່ອງໄກຕົວ.
ແນວໃດກໍ່ດີ ຜູ້ຕິດເຊື້ອຈະມີລູກໄດ້ ຕ້ອງຮ່າງກາຍສົມບູນແຂງແຮງ ບໍ່ມີພະຍາດຕິດເຊື້ອແຊກຊ້ອນ ຕິດຕາມຮັກສາໃຊ້ຢາຕ້ານໄວຣັສສະໝ່ຳສະເໝີ ມີຜົນເລືອດປະລິມານໄວຣັສນ້ອຍກວ່າ 50 (Viral load < 50 copies/mL) ແລະ ຄ່າເມັດເລືອດຂາວ CD4 ຫຼາຍກວ່າ 350 (CD4 > 350 cells/mm3).
 
2,ເຮສໄອວີເອດສ໌ ຕິດແຕ່ບາງຄົນເທົ່ານັ້ນ
ທຸກຄົນສາມາດຕິເຊື້ອເຮສໄອວີໄດ້ ບໍ່ວ່າຈະເປັນໄວໜຸ່ມສາວ,ຜູ້ເຖົ້າ ແລະ ເດັກນ້ອຍ ຖ້າຫາກຢູ່ໃນກຸ່ມສ່ຽງຫຼັກໆ 3 ທາງນີ້ ຄື ມີເພດສຳພັນໂດຍບໍ່ປ້ອງກັນ ຈາກເຂັມສັກຢາ ແລະ ຈາກແມ່ສູ່ລູກ.
 
ຄົນຕິເຊື້ອເຮສໄອວີອາດເປັນເມຍຜູ້ບໍລິສຸດຈາກຜົວຜູ້ມົ້ວຊຸ່ມ ອາດເປັນບຸກຄະລາກອນທາງການແພດຖືກເຂັມສັກຢາ ອາດເປັນເດັກນ້ອຍຈາກທ້ອງແມ່ຜູ້ໄຮ້ດຽງສາ. ດັ່ງນັ້ນ, ເຮົາບໍ່ຄວນ ຕັ້ງຂໍ້ຈຳແນກລັງກຽດຄົນທີ່ຕິດເຊື້ອເຮສໄອວີບໍ່ວ່າໃຜກໍ່ຕາມ ໂດຍທີ່ບໍ່ຮູ້ສາເຫດທີ່ໄປທີ່ມາຢ່າງແທ້ຈິງ.
 
3,ເຮສໄອວີ ກັບ ເອດສ໌ ແມ່ນອັນດຽວກັນ
ເຮສໄອວີ (HIV) ຊຶ່ງຫຍໍ້ມາຈາກຄຳວ່າ Human Immunodeficiency Virus ເມື່ອຮ່າງກາຍຕິດເຊື້ອເຮສໄອວີ ເຊື້ອເຮສໄອວີຈະໄປທຳລາຍລະບົບພູມຄຸ້ມກັນຂອງຮ່າງກາຍ ເຮັດໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍອ່ອນແອຈົນບໍ່ສາມາດຕໍ່ສຸ້ ທົນທານເຊື້ອພະຍາດເຂົ້າສູ່ຮ່າງກາຍໄດ້.
 
ສ່ວນເອດສ໌ (AIDS) ຫຍໍ້ມາຈາກຄຳວ່າ Acquired Immune Deficiency Syndrome ມັນຄືກຸ່ມອາການຂອງພະຍາດ ເຊັ່ນ ປອດອັກເສບ ວັນນະໂຣກ ເຫມື່ຍອ,ຕຸ່ມໜອງຕາມຜິວໜັງ ພະຍາດເຫຼົ່ານີ້ ເກີດຂື້ນພາຍຫຼັງການຕິດເຊື້ອເຮສໄອວີ ເມື່ອລະບົບພູມຄຸ້ມກັນຂອງຮ່າງກາຍຖືກເຊື້ອໄວຣັສທຳລາຍຈົນຜູ້ຕິດເຊື້ອບໍ່ສາມາດຕໍ່ສຸ້ກັບພະຍາດທັງຫຼາຍທີ່ເຂົ້າສູ່ຮ່າງກາຍໄດ້.
 
4,ຕິດເຊື້ອເຮສໄອວີແລ້ວຕາຍ
ການຕິດເຊື້ອເຮສໄອວີມີຫຼາຍລະດັບ ເຊື້ອເຮສໄອວີໄລຍະເລີ່ມຕົ້ນບໍ່ຮຸ່ນແຮງ ໃນໄລະຍະນີ້ ຖ້າຫາກຜູ້ຕິດເຊື້ອໄດ້ຮັບການກວດພົບ ແລະ ໄດ້ຮັບຢາຕ້ານເຊື້ອ ກິນຢາມື້ລະເມັດ ຕົງໂມງ ຕົງເວລາ ກໍ່ຈະສາມາດຢັບຢັ້ງ ເຊື້ອພະຍາດເອດສ໌ ເຮັດໃຫ້ຜູ້ຕິດເຊື້ອແຂງແຮງ ແລະ ໃຊ້ຊີວິດໄດ້ເໝືອນຄົນທົ່ວໄປ.
 
5,ເຮສໄອວີ/ເອດສ໌ຕິດໄດ້ດ້ວຍການຈູບ
ເຊື້ອເຮສໄອວີ ຈະບໍ່ຕິດຕໍ່ກັນດ້ວຍການຈູບ ການສຳພັດ ຫຼື ການໃຊ້ຊີວິດປະຈຳວັນຮ່ວມກັນກັບຜູ້ຕິດເຊື້ອ.
 
6,ມີເພດສຳພັນກັບຜູ້ຕິດເຊື້ອໂດຍບໍ່ປ້ອງກັນ ຈະຕິດເຊື້ອເອສໄອວີສະເໝີ
ຄູ່ນອນຝ່າຍໃດຝ່າຍໜື່ງຕິດເຊື້ອ ອີກຝ່າຍຫນື່ງບໍ່ຕິດເຊື້ອ ມີການວິໄຈພົບວ່າ 30-50 % ຖ້າຄູ່ນອນຂອງຜູ້ຕິດເຊື້ອເຮສໄອວີ ມີພູມຕ້ານທານດີ ແລະ ມີສຸຂະພາບແຂງແຮງພຽງພໍ ເຖີງແມ້ວ່າ ຄູ່ນອນຂອງເຂົາຕິດເຊື້ອເຮສໄອວີ ເມື່ອມີເພດສຳພັນກັນກໍ່ບໍ່ສາມາດຕິດເຊື້ອໄດ້ ເລື່ອງນີ້ເປັນປະກົດການທີ່ສາມາດພົບໄດ້.
ເຖີງແມ່ນວ່າ ການມີເພດສຳພັນກັບຜູ້ທີ່ຕິດເຊື້ອເຮສໄອວີໂດຍບໍ່ໄດ້ປ້ອງການ ມີໂອກາດທີ່ຈະບໍໍ່ຕິດເຊື້ອ. ແຕ່ແນວໃດກໍ່ດີ, ການມີເພດສຳພັນກັບຜູ້ຕິດເຊື້ອເຮສໄອວີນັ້ນກໍ່ເປັນອັນຕະລາຍ ອາດເຮັດໃຫ້ທ່ານຕິດເຊື້ອໄດ້ ດັ່ງນັ້ນ,ຄວນໃສ່ຖຸງຍາງອະນາໄມທຸກຄັ້ງເມື່ອມີເພດສຳພັນ.