ກອງປະຊຸມ ສະຫຼຸບ ຜົນການຈັດຕັ້ງປະຕິບັດກິດຈະກໍາ 6 ເດືອນ ຂອງໂຄງການ “ຊຸມຊົນເປັນເຈົ້າການໃນການໂຕ້ຕອບພະຍາດໂຄວິດ-19

ກອງປະຊຸມ ສະຫຼຸບ ຜົນການຈັດຕັ້ງປະຕິບັດກິດຈະກໍາ 6 ເດືອນ ຂອງໂຄງການ “ຊຸມຊົນເປັນເຈົ້າການໃນການໂຕ້ຕອບພະຍາດໂຄວິດ-19

ເມື່ອວັນທີ 20-21 ມັງກອນ 2022 ຜ່ານມານີ້ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີເອດ ໄດ້ຈັດກອງປະຊຸມ ສະຫຼຸບສັງລວມ ຜົນການຈັດຕັ້ງປະຕິບັດກິດຈະກໍາ 6 ເດືອນ ຂອງໂຄງການ “ຊຸມຊົນເປັນເຈົ້າການໃນການໂຕ້ຕອບພະຍາດໂຄວິດ19” ທີ່ ເມືອງ ຫີນບູນ ແລະ ເມືອງ ຍົມມະລາດ ແຂວງຄໍາມ່ວນ
ໂດຍໄດ້ຮັບກຽດເປັນປະທານທີ່ປະຊຸມຂອງ ທ່ານ ດຣ. ຄຳພະນາວັນ ໄຊຍະຈັກ ຫົວໜ້າຂະແຫນງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງຄຳມ່ວນ, ທ່ານ ໄວພົດ ຂັນຕີມີໄຊ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ຫີນບູນ ແລະ ທ່ານກໍລະກັນ ທິບພະວົງ ປະທານ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີເອດ ພ້ອມດ້ວຍຄູ່ຮ່ວມງານພາກລັດ ອຳນາດການປົກຄອງ ແລະ ອາສາສະໝັກເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານກໍລະກັນ ທິບພະວົງ ປະທານສະມາຄົມ ມີຄວາມເຫັນຕໍ່ກອງປະຊຸມຕອນໜຶ່ງວ່າ ຄວາມຈິງແລ້ວ ພວກເຮົາເຮັດວຽກກ່ຽວກັບພະຍາດເອດ ແຕ່ເມື່ອປາຍປີ 2019 ພະຍາດໂຄວິດເຂົ້າມາບ້ານເຮົາ ໃນໄລຍະນັ້ນທີມງານພວກເຮົາໄດ້ລະດົມຄວາມຄິດກັນວ່າ ເຮົາຈະເຮັດແນວໃດໃຫ້ກຸ່ມຄົນຜູ້ຕິດເຊື້ອ ຫຼື ຜູ້ໄດ້ຮັບຜົນກະທົບ ເພາະໄດ້ຂ່າວມາວ່າ ພະຍາດໂຄວິດ ມັນອັນຕະລາຍຕໍ່ບຸກຄົນທີ່ມີເຊື້ອຮ່ວມ ບໍ່ວ່າຈະເປັນເບົາຫວານ ຄວາມດັນ ຫຼື ໂຣກອື່ນໆ ໂດຍສະເພາະຜູ້ຕິດເຊື້ອເອດ ຖ້າ ຕິດໂຄວິດອີກ ກໍ່ມີຄວາມສ່ຽງສູງທີ່ຈະເສຍຊີວິດ ດັ່ງນັ້ນເຮົາຈະເຮັດແນວໃດຊ່ວຍໃຫ້ເຂົາເຈົ້າຮັບຮູ້ ເພື່ອຫລີກລ້ຽງການຕິດເຊື້ອ.
ໃນທີ່ປະຊຸມດັ່ງກ່າວ ນາງ ກິ່ງຄຳ ຍັງນຸວົງ ຜູ້ຮັບຜິດຊອບໂຄງການຍັງໄດ້ຜ່ານບົດສະເໜີ ການສະຫຼຸບສັງລວມ ຜົນການຈັດຕັ້ງປະຕິບັດກິດຈະກໍາ 6 ເດືອນຜ່ານມາ ຂອງໂຄງການ “ຊຸມຊົນເປັນເຈົ້າການໃນການໂຕ້ຕອບພະຍາດໂຄວິດ-19” ເຊີ່ງຍົກໃຫ້ເຫັນຜົນງານການເຄື່ອນໄຫວກິດຈະກຳ ທັງ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້.
ສຳຫລັບຜົນການຈັດຕັ້ງປະຕິບັດກິດຈະກຳຜ່ານມາ ເຫັນວ່າມີ
ຂໍ້ສະດວກ ຄື ຄູ່ຮ່ວມງານພາກລັດໃຫ້ການຮ່ວມື ແລະ ອຳນວຍຄວາມສະດວກຢ່າງເຕັ້ມທີ່, ອາສາສະມັກບ້ານມີຄວາມຫ້າວຫັນ ແລະ ພ້ອມທີ່ຈະຂັບເຄື່ອນໂຄງການ, ໄດ້ຮັບການປະກອບສ່ວນດ້ານແຮງງານຈາກໂຮງຮຽນເປົ້າໝາຍເປັນຢ່າງດີ, ກຸ່ມເປົ້າໝາຍໃຫ້ຄວາມສະດວກໃນການເກັບກຳຂໍ້ມູນ.
ຂໍ້ຫຍຸ້ງຍາກ ຄື ຂອດການປະສານງານຍັງມີຄວາມຫຼ້າຊ້າ,ການຈັດສັນເວລາໃນການຈັດຕັ້ງປະຕິບັດບາງກິດຈະກຳມີຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດໂຄວິດ, ໄລຍະທາງໄກ ແລະ ອຸປະສັກໃນການເດີນທາງ.
ສິ່ງທ້າທາຍ ບາງພື້ນທີ່ໃນຊຸມຊົນມີອຸປະກອນການປ້ອງກັນບໍ່ພຽງພໍ,ການຮັກສາມາດຕະການຍັງເປັນອີກຂໍ້ຫຍຸ້ງຍາກຫນຶ່ງໃນຊຸມຊົນ, ການເຂົ້າເຖີງຂໍ້ມູນຂ່າວສານຍັງມີຂໍ້ຈຳກັດ ເຮັດໃຫ້ປະຊາຊົນບໍ່ຢ້ານກົວຕໍ່ພະຍາດ, ຍັງມີແຮງງານເຄື່ອນຍ້າຍເຂົ້າມາເລື່ອໆ ແລະ ແຂວງເປົ້າໝາຍເປັນແຂວງທີ່ສ່ຽງ.