ສິ່ງທີ່ຜູ້ຕິດເຊື້ອເອດຈຳເປັນຕ້ອງຮູ້ກ່ຽວກັບ
ພະຍາດເອດ ແລະ ໂຄວິດ-19 (HIV+ COVID – 19)
ພະຍາດໂຄວິດ-19 ແມ່ນພະຍາດທີ່ຮ້າຍແຮງ ແລະ ຜູ້ຕິດເຊື້ອເອດ (HIV) ທຸກຄົນຄວນໃຊ້ທຸກມາດຕະການປ້ອງກັນທີ່ໄດ້ມີການ ແນະນຳ ເພື່ອປ້ອງກັນຕົວເອງບໍ່ໃຫ້ໄປສຳຜັດກັບເຊື້ອພະຍາດໂຄວິດ COVID-19 ຢ່າງເດັດຂາດ ແລະ ເພື່ອເປັນການຫຼຸດຜ່ອນການຮັບເຊື້ອໄວຣັດທີ່ເປັນສາເຫດຂອງເຊື້ອພະຍາດໂຄວິດ COVID-19. ມັນເປັນສິ່ງສຳຄັນເພື່ອເນັ້ນຍຳ້ວ່າ ໃນປະຈຸບັນຍັງບໍ່ມີຫຼັກຖານທີ່ຊັດເຈນ ວ່າຜູ້ຕິດເຊື້ອເອດ (HIV) ມີຄວາມສ່ຽງເພີ້ມຂຶ້ນຕໍ່ກັບການໂຄວິດ COVID-19 ຫຼື ຫາກພວກເຂົາເກີດຕິດເຊື້ອພວກເຂົາຈະໄດ້ຜົນກະທົບທີ່ຮ້າຍແຮງກວ່າຄົນປົກກະຕິ. ມັນບໍ່ໄດ້ໝາຍຄວາມວ່າຜູ້ຕິດເຊື້ອເອດ ຈະສາມາດຕິດເຊື້ອໂຄວິດ COVID-19 ຢ່າງງ່າຍດາຍ ແລະ ພວກເຂົາຈຳເປັນຕ້ອງໃຊ້ທຸກຂໍ້ຄວນລະວັງ ເພື່ອປ້ອງກັນຕົວເອງຕະລອດເວລາ. ເຊັ່ນດຽວກັບປະຊາຊົນທົ່ວໄປ, ຜູ້ສູງອາຍຸທີ່ຕິດໂລກເອດ (HIV) ຫຼື ຜູ້ທີ່ເປັນໂລກເອດ (HIV) ທີ່ມີບັນຫາກ່ຽວກັບຫົວໃຈ ຫຼື ປອດອາດຈະມີຄວາມສ່ຽງສູງທີ່ຈະຕິດເຊື້ອໄວຣັດໂຄວິດ COVID-19 ແລະ ມີອາການຮຸນແຮງຫຼາຍກວ່າປົກກະຕິ. ຍ້ອນວ່າ ໂຄວິດ COVID-19 ຍັງສືບຕໍ່ແຜ່ລາມໄປທົ່ວໂລກ, ມັນຈຶ່ງມີຄວາມສຳຄັນສຳລັບການຄົ້ນຄວ້າຢ່າງບໍ່ຢຸດຢັ້ງ ໃນສະພາບການທີ່ມີອັດຕາການຕິດເຊື້ອ HIV ສູງໃນປະຊາກອນທົ່ວໄປເພື່ອແສງແຍງທາງ(ປັດໄຈ)ອັນຊັດເຈນກ່ຽວກັບປະຕິກິລິຍາທາງຊີວະພາບ ແລະ ພູມຕ້ານທານລະຫວ່າງໂລກເອດ (HIV) ແລະເຊື້ອໄວຣັດໂຄວິດ COVID-19. ຂໍ້ຄວນລະວັງທີ່ຜູ້ທີ່ຕິດເຊື້ອເຮສໄອວີ ແລະປະຊາກອນທີ່ ສຳ ຄັນຄວນປະຕິບັດຕາມເພື່ອປ້ອງກັນການຕິດເຊື້ອໂຄວິດ COVID-19:
ການຢູ່ຢ່າງປອດໄພ:
- ລ້າງມືເລື້ອຍໆດ້ວຍສະບູແລະນ້ຳສະອາດ(ປະມານ 40-60 ວິນາທີ) ຫຼື ຂ້າເຊື້ອດ້ວຍຜະລິດຕະພັນທີ່ມີເຫຼົ້າ (ປະມານ 20-30 ວິນາທີ).
- ກວມເອົາປາກ ແລະດັງຂອງທ່ານດ້ວຍຂໍ້ພັບແຂນສອກ ຫຼື ເຈ້ຍອະນາໄມເມື່ອໄອ ຫຼື ຈາມ. ຖິ້ມເຈ້ຍອະນາໄມທີ່ໃຊ້ແລ້ວລົງໃສ່ກະຕ່າຂີ້ເຫຍື່ອທຸກໆຄັ້ງ.
- ຫລີກລ້ຽງການໃກ້ຊິດກັບຄົນທີ່ເປັນໄຂ້ ຫລື ໄອ.
- ຢູ່ເຮືອນ( ຄວນແຍກຕົວອອກມາຢູ່ຫ້ອງຄົນດຽວ) ເມື່ອທ່ານເຈັບປ່ວຍບໍ່ສະບາຍ.
- ຖ້າທ່ານ ກຳລັງໄຂ້, ເປັນໄອ, ຫາຍໃຈຍາກ ແລະ ໄດ້ເດີນທາງໄປ ຫຼື ຢູ່ໃນເຂດຊຸ່ມສ່ຽງຕິດເຊື້ອ COVID-19 ທີ່ມີໃນລາຍງານ, ທ່ານຄວນໄປພົບແພດຕາມຈຸດບໍລິການໃນຊຸມຊົນ, ຫຼື ໂຮງໝໍທັນທີ. ລາຍງານຫນ່ວຍງານແພດໝໍກ່ຽວກັບອາການ ແລະ ປະຫວັດຂອງການເດີນທາງທີ່ຜ່ານມາຂອງທ່ານ ເພື່ອກວດຫາເຊື້ອໄວຣັດໂຄວິດ COVID-19 ທັນທີ!
- ຖ້າທ່ານກຳລັງປ່ວຍ, ກະລຸນາໃສ່ໜ້າກາກດ້ານການແພດ ແລະ ຢູ່ຫ່າງຈາກຄົນອື່ນໆ.
•ຂໍ້ມູນຂ່າວສານ ຂໍ້ເຈິງກ່ຽວກັບໄວຣັສໂຄວິດ COVID-19
ແລະ ກວດກາຕີດຕາບີ່ງຂໍ້ມູນທີ່ ຈາກແຫຼ່ງທີ່ເຊື່ອຖືໄດ້ເທົ່ານັ້ນ,ເຊັ່ນວ່າ ອົງການອານາໄມໂລກ: https://www.who.int/emergencies/diseases/novel-coronavirus-2019.
ການກຽມພ້ອມ
– ເຈົ້າຄວນມີເຄື່ອງແພດທີ່ຈໍໍາເປັນເພື່ອສໍາຮອງໄວ້ໃນມື -ໃຫ້ພຽງພໍໃນຊ່ວງ30ມື້ ຫຼືຫຼາຍກວ່ານັ້ນ. ອົງການອານາໄມໂລກໄດ້ມີແນວທາງໃນການແນະນຳຜູ້ຕິດເຊື້ອໃນຮູບແບບການຮັບຢາລ່ວງຫນ້າກ່ອນ 3 ເດືອນ ຫຼື ຫຼາຍກວ່ານັ້ນ ເຖິງແມ່ນວ່ານະໂຍບາຍນີ້ຈະບໍ່ດຳເນີນການໄປຢ່າງກວ້າງຂວາງໃນທຸກໆປະເທດ.
– ຮູ້ວິທີການຕິດຕໍ່ຫາສູນ ຫຼືໂ ຮງໝໍຜ່ານທາງໂທລະສັບເມື່ອຕ້ອງການຄໍາແນະນໍາ.
– ຮູ້ວິທີການເຂົ້າເຖິງການຮັກສາ ແລະ ການສະໜັບສະໜູນພາຍໃນຊຸມຊົນຂອງເຈົ້າເອງ. ການຮັກສານີ້ລວມມີ ຢາຕ້ານໄວຣັສ, ຢາວັນນະໂຣກ (ຖ້າຫາກມີການຮັກສາວັນນະໂຣກ) ແລະ ຢາຮັກສາພະຍາດອື່ນທີ່ເຈົ້າຄວນມີ.
ປະຊາກອນມີທີ່ສຳຄັນ, ລວມທັງຄົນທີ່ໃຊ້ຢາເສບຕິດ, ຜູ້ຍິງບໍລິການທາງເພດ, ຜູ້ຊາຍມີເພດສຳພັນກັບຜູ້ຊາຍ, ຄົນແປງເພດ, ກະເທີຍ ແລະ ນັກໂທດ, ຄວນຮັບປະກັນວ່າພວກເຂົາມີວິທີການສຳຄັນໃນການປ້ອງກັນການຕິດເຊື້ອໂລກເອດ (HIV), ເຊັ່ນເຂັມແລະເຊີແລງ / ຫຼື ການປິ່ນປົວດ້ວຍຢາ OPIOID, ຖົງຢາງອະນາໄມ ແລະ ການປ້ອງກັນລ່ວງໜ້າ (ການນໍາໃຊ້ຢາ PrEP). ການສະໜອງທີ່ພຽງພໍຂອງຢາປິ່ນປົວອື່ນໆ ເຊັ່ນ ການຄຸມກຳເນີດ ແລະ ການປິ່ນປົວດ້ວຍຮໍໂມນທີ່ຢັ້ງຢືນບົດບາດຍິງ – ຊາຍ, ກໍ່ຄວນຈະໄດ້ຮັບເຊັ່ນກັນ.
• ບໍ່ແມ່ນທຸກໆປະເທດທີ່ໄດ້ປະຕິບັດນະໂຍບາຍຕ່າງໆເພື່ອອະນຸຍາດໃຫ້ມີໃບສັ່ງຢາທີ່ຍາວນານ.
ຕິດຕໍ່ກັບຜູ້ໃຫ້ບໍລິການດູແລສຸຂະພາບຂອງທ່ານໄວເທົ່າທີ່ຈະໄວໄດ້. ພິຈາລະນາເຮັດວຽກກັບຄົນອື່ນໃນຊຸມຊົນຂອງທ່ານເພື່ອຊັກຊວນໃຫ້ຜູ້ໃຫ້ບໍລິການດູແລສຸຂະພາບ
ແລະ ຜູ້ຕັດສິນໃຈສະໜອງຢາຕາມໃບສັ່ງແພດຫຼາຍເດືອນສຳລັບຢາທີ່ຈຳເປັນຂອງທ່ານ.
• ສົນທະນາກັບຄອບຄົວ ແລະ
ໝູ່ເພື່ອນຂອງທ່ານວ່າຈະສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນສະຖານະການການນຳໃຊ້ມາດຕະການແກ້ໄຂຄວາມແຕກຕ່າງທາງສັງຄົມໄດ້ຖືກຈັດຕັ້ງປະຕິບັດ.
ຈັດຕັ້ງກຸ່ມເພື່ອສື່ສານແບບສະລັບເວນຍາມກັນພາຍໃນຊຸມຊົນຂອງທ່ານສຳລັບ ອາຫານ, ຢາ, ການເບິ່ງແຍງເດັກນ້ອຍ ຫຼື ສັດລ້ຽງ, ແລະອື່ນໆ.
• ຊ່ວຍເຫຼືອຜູ້ອື່ນໃນຊຸມຊົນຂອງທ່ານແລະໃຫ້ແນ່ໃຈວ່າພວກເຂົາຍັງມີຢາທີ່ຈຳເປັນຢ່າງພຽງພໍ.
• ກວດເບິ່ງວ່າທ່ານຮູ້ວິທີການຕິດຕໍ່ກັບເຄືອຂ່າຍຜູ້ທີ່ຕິດເຊື້ອເອດ (HIV) ຢູ່ພາຍໃນທ້ອງຖິ່ນຂອງທ່ານ. ວາງແຜນສຳລັບໂທລະສັບ ແລະ ການເຊື່ອມຕໍ່ສື່ສັງຄົມໃນກໍລະນີທີ່ສາທາລະນະສຸກຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ ຫຼື ຖ້າທ່ານເຈັບປ່ວຍ.
ການຊ່ວຍເຫຼືອຕົນເອງ ແລະ ຄົນອ້ອມຂ້າງ
- ການລະບາດຂອງເຊື້ອໂຄວິດ COVID-19 ອາດຈະເຮັດໃຫ້ເກີດຄວາມຢ້ານກົວແລະກັງວົນ – ທຸກໆຄົນກໍ່ໄດ້ຮັບກຳລັງໃຈໃນການເບິ່ງແຍງຕົວເອງແລະ ສົ່ງຕໍ່ໄປໃຫ້ກັບຄົນທີ່ຮັກ.
ຜູ້ທີ່ຕິດໂລກເອດ (HIV) ແລະຊຸມຊົນຂອງພວກເຂົາມີປະສົບການຫຼາຍທົດສະວັດກ່ຽວກັບການປັບໂຕ, ການຊອກຫາເສັ້ນທາງການເອົາຊີວິດລອດ ແລະ ເຕີບໃຫຍ່ມາກັບພະຍາດເອດ (HIV) ແລະ ພວກເຂົາສາມາດຂີດແຕ້ມກ່ຽວກັບປະຫວັດຄວາມເປັນມາຂອງພວກເຂົາທີ່ມີອຸດົມສົມບູນເພື່ອສົ່ງຕໍ່ໃຫ້ແກ່ຄອບຄົວ, ຊຸມຊົນ ແລະ ສັງຄົມຂອງພວກເຂົາໝູນໃຊ້ໃນວິກິດການຄືປັດຈຸບັນເຊັ່ນ:
- ຫຼີກລ້ຽງການບໍລິໂພກຂ່າວກ່ຽວກັບ COVID-19 ທີ່ເກີນຈິງ(ບໍ່ມີມູນຄວາມຈິງ) ຈາກສື່ຕ່າງໆ. ຄວນອ່ານ ຫຼື ບໍລິໂພກຂໍ້ມູນຈາກຫຼັກຂໍ້ມູນທີ່ເຊື່ອຖືໄດ້ເທົ່ານັ້ນ.
- ການດູແລສຸຂະພາບຮ່າງກາຍຂອງຕົນເອງ. ສູດລົມຫາຍໃຈເຂົ້າ-ອອກໃຫ້ເລິກໆ, ຍືດຮ່າງກາຍ ຫຼື ນັ່ງສະມາທິ. ພະຍາຍາມກິນອາຫານທີ່ມີປະໂຫຍດດີຕໍ່ສຸຂະພາບ ແລະ ມີຄວາມສົມດຸນກັບຮ່າງກາຍອອກກຳລັງກາຍເປັນປະຈຳຢ່າງສະໝຳ່ສະເໝີ, ນອນໃຫ້ພຽງພໍ ແລະ ຖ້າເປັນໄປໄດ້ຄວນຫລີກລ້ຽງເຫຼົ້າ ແລະ ສິ່ງເສບຕິດທຸກຊະນິດ.
- ໃຊ້ເວລາໃນການກັກຕົວເອງ ແລະ ເຕືອນສະຕິຕົນເອງວ່າ ຄວາມຮູ້ສຶກໃນແງ່ລົບຈະຈາງຫາຍໄປ. ໃຊ້ເວລາພັກຜ່ອນຈາກການເບິ່ງ, ອ່ານ ຫລື ຟັງເລື່ອງຂ່າວຕ່າງໆ – ມັນອາດຈະເຮັດໃຫ້ຮູ້ສຶກອຸກໃຈທີ່ຈະໄດ້ຍິນກ່ຽວກັບວິກິດນີ້ເລື້ອຍໆ. ພະຍາຍາມເຮັດກິດຈະກຳອື່ນໆທີ່ທ່ານມັກເພື່ອໃຫ້ສະພາບຈິດໃຈຂອງທ່ານກັບສູ່ພາວະປົກກະຕິ.
- ຕິດຕໍ່ (ໂທລົມ)ກັບຄົນອື່ນ. ແບ່ງປັນຄວາມກັງວົນ ແລະ ຄວາມຮູ້ສຶກຂອງທ່ານກັບໝູ່ເພື່ອນ ຫຼື ສະມາຊິກໃນຄອບຄົວ.
- ຢຸດການຈຳແນກ ແລະ ຮູ້ຈັກສິດທິຂອງຕົນເອງ:
• ການດູຖູກ ແລະ ການຈຳແນກລັງກຽດ / ການເລືອກປະຕິບັດ ແມ່ນສິ່ງກີດຂວາງຕໍ່ການຕອບສະໜອງຕໍ່ໂຄວິດ COVID-19.
ບໍ່ວ່າຢູ່ໃສນີ້ແມ່ນເວລາທີ່ມີການຈຳແນກເຊື້ອຊາດ, ການດູຖູກກັນ ແລະ ການແບ່ງແຍກ ສາມາດມີຜົນກະທົບໂດຍກົງຕໍ່ກັບກຸ່ມຜູ້ຖືກຜົນກະທົບຈາກເຊື້ອພະຍາດໂຄວິດ COVID-19
•ບ່ອນເຮັດວຽກຂອງທ່ານ, ການເຂົ້າເຖິງການເບິ່ງແຍງສຸຂະພາບ ຫຼື ການເຂົ້າເຖິງການສຶກສາ, ສຳລັບທ່ານ ຫຼຶ ລູກໆຂອງທ່ານ ອາດຈະໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໂຄວິດ COVID-19, ຖ້າມີມາດຕະການການອອກຫ່າງຈາກສັງຄົມ ຖືກນຳໃຊ້ໃນຊຸມຊົນຂອງທ່ານ. ຊອກຮູ້ສິດທິຂອງຕົນເອງ ແລະ ຮັບປະກັນວ່າທ່ານ ແລະ ຊຸມຊົນຂອງທ່ານໄດ້ກຽມພ້ອມຮັບມືກັບສະຖານະການດັ່ງກ່າວ.
ການຮັກສາ COVID-19
ການຮັກສາໂຄວິດ COVID-19 ແມ່ນພື້ນທີ່ການຄົ້ນຄວ້າທີ່ມີການເຄື່ອນໄຫວ ແລະ ການທົດລອງທາງຄລີນິກແບບສຸ່ມ ຢ່າງຕໍ່ເນື່ອງເພື່ອທົດສອບວ່າ ຢາຕ້ານໄວຣັດທີ່ໃຊ້ສຳລັບການປິ່ນປົວໂລກເອດ (HIV) ອາດຈະມີປະໂຫຍດໃນການປິ່ນປົວໂຄວິດ COVID-19. ການປິ່ນປົວທີ່ມີຄວາມເປັນໄປໄດ້ອີກຫລາຍຢ່າງ ກຳລັງຖືກທົດສອບໃນການທົດລອງພາຍໃຕ້ຄລີນິກທີ່ອອກແບບມາເປັນຢ່າງດີ. ເນື່ອງຈາກວ່າການທົດລອງເຫລົ່ານັ້ນຍັງບໍ່ທັນສິ້ນສຸດລົງ, ມັນໄວເກີນໄປທີ່ຈະເວົ້າວ່າຢາຕ້ານໄວຣັດ ຫລື ຢາຊະນິດອື່ນມີຜົນໃນການຮັກສາພະຍາດໂຄວິດ COVID-19 ໄດ້.
