by Singkham | ພ.ພ. 16, 2022 | VIDEO
ວີດີໂອຜົນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຢູ່ເມືອງຫິນບູນ 5 ບ້ານ ແລະ ເມືອງຍົມມະລາດ 5 ບ້ານ ທັງໝົດ 10 ບ້ານ ເຊິ່ງເປັນໂຄງການເພື່ອປູກຈິດສຳນຶກໃຫ້ຊຸມຊົນໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ ເພື່ອຍົກສູງຄວາມຮູ້ຄວາມສາມາດໃຫ້ແກ່ອາສາສະໝັກບ້ານກ່ຽວກັບການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ ພ້ອມທັງສາມາດສົ່ງຕໍ່ຄວາມຮູ້ໃຫ້ແກ່ປະຊາຊົນໄດ້.ໂດຍກິດຈະກຳຫຼັກໆທີ່ພວກເຮົາໄດ້ຈັດຕັ້ງຜ່ານມາ ຄື ການລົງເກັບກຳຂໍ້ມູນ ການລົງໂຄສະນາໃຫ້ຄວາມຮູ້ກ່ຽວກັບໂຄວິດ-19 ແລະ ການສ້າງອ່າງລ້າງມືໃຫ້ໂຮງຮຽນ.
by Singkham | ມ.ສ. 7, 2022 | VIDEO
by Singkham | ກ.ພ. 17, 2022 | VIDEO
ວີດີໂອວັນສາກົນຕ້ານເອດປະຈຳປີ 2021 ທີ່ຜ່ານມາ. ເຊິ່ງເພີ່ນກຳໜົດໃຫ້ແມ່ນທຸກໆວັນທີ່ 1 ທັນວາ ຂອງທຸກໆປີ. ສຳຫຼັບ ຄຳຂວັນວັນສາກົນຕ້ານເອດປີນີ້ແມ່ນ 1.ຢຸດຕິຄວາມບໍ່ເທົ່າທຽມ 2.ຢຸດຕິໂຣກເອດ ແລະ 3.ຢຸດຕິເຊື້ອລະບາດຕ່າງໆ.
ຄວາມໝາຍ ສຳຄັນຂອງວັນສາກົນຕ້ານເອດສ໌ (World AIDS Day) ແມ່ນ ເປັນວັນແຫ່ງການສົ່ງເສີມ ແລະ ກະຕຸ້ນໃຫ້ປະຊາກອນໂລກເກີດຄວາມຮູ້ ຄວາມເຂົ້າໃຈເຖີງປັນຫາ ແລະ ແນວທາງການຕອບໂຕ້ພະຍາດເອດສ໌ ເຊິງເປັນວັນນານາຊາດຮ່ວມມືກັນ ແລະ ຍັງເປັນວັນແຫ່ງການໄວ້ອາໄລເຖິງຜູ້ເສຍຊີວິດຍ້ອນພະຍາດເອດສ໌ດ້ວຍ.
by Singkham | ກ.ພ. 16, 2022 | VIDEO
ທ່ານ ທອງແດງ ສີລາກຸນ ຜູ້ຈັດການ ອົງການສະຫະປະຊາຊາດຕ້ານເອດ ປະຈຳ ສປປລາວ ໃຫ້ສຳພາດ ເນື່ອງໃນວັນສາກົນຕ້ານເອດ 2021 ທີ່ຜ່ານມາ ໂດຍ ທ່ານ ທອງແດງ ໄດ້ຊີ້ແຈ້ງ ເຖີງປັນຫາ ຄວາມໝາຍ ຄວາມສຳຄັນ ແລະ ແຜນປະຕິບັດຂອງວຽກງານຕອບໂຕ້ພະຍາດເອດສ໌ ວ່າເຮັດແນວໃດ ສປປ.ລາວ ຈະບັນລຸເປົ້າໝາຍ ເພື່ອສິ້ນສຸດພະຍາດເອດສ໌ໄດ້ໃນປີ 2030.
by Singkham | ກ.ພ. 16, 2022 | VIDEO
ການຢຸດຕິຄວາມບໍ່ເທົ່າທຽມຕໍ່ຜູ້ຕິດເຊື້ອເຮສໄອວີເອດສ໌ໃນທັດສະນະຂອງ ກິ່ງຄຳ ຍັງນຸວົງ ຜູ້ປະສານງານໂຄງການ ຂອງ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດສ໌ ນະຄອນຫຼວງວຽງຈັນ. ເນື່ອງໃນວັນສາກົນຕ້ານເອດສ໌ ປີ 2021 ນີ້ ຊຶ່ງທາງອົງການອະນາໄມໂລກ ກໍ່ຄື ທົ່ວໂລກ ກຳລັງໃຫ້ຄວາມສຳຄັນເຖີງປັນຫາ ແລະ ການສົ່ງເສີມຄວາມຮູ້ ຄວາມເຂົ້າໃຈກ່ຽວກັບພະຍາດເຮສໄອວີ-ເອດສ໌. ວັນສາກົນຕ້ານເອດສ໌ປີນີ້ ມາໃນຫົວຂໍ້ທີ່ວ່າ ຢຸດຕິຄວາມບໍ່ເທົ່າທຽມ ຢຸດຕິພະຍາດເອດສ໌ ແລະ ຢຸດຕິເຊື້ອພະຍາດຕ່າງໆ. ແລ້ວທ່ານເດ ຄຳວ່າຢຸດຕິຄວາມບໍ່ເທົ່າທຽມຕໍ່ຜູ້ຕິດເຊື້ອເຮສໄອວີ-ເອດສ໌ ໝາຍຄວາມວ່າແນວໃດ ຕາມຄວາມເຂົ້າໃຈຂອງທ່ານ?
by Singkham | ພ.ຈ. 19, 2021 | VIDEO
ເປັນເລືອງລາວ ທີສ້າງຂື້ນເພື່ອ ຄວາມບັນເທິງ ແລະ ອຸທະຫອນສອນໃຈ ຈາກຜົນກະທົບຂອງດີນຟ້າອາກາດ