ປະສົບການການໃຊ້ຊິວິດຢູ່ຮ່ວມກັບເຊື້້ອ HIV/AIDS MSM ຊາຍຮັກຊາຍ

ປະສົບການການໃຊ້ຊິວິດຢູ່ຮ່ວມກັບເຊື້້ອ HIV/AIDS MSM ຊາຍຮັກຊາຍ

ສະມາຄົມຜູ້ຕິດເຊື້ອພະຍາດເອດ  Association of
people Living with HIV/AIDS (APL+)
 ໄດ້ສ້າງຂື້ນໃນປີ 2003 ພາຍໃຕ້ການຊີ້ນຳຂອງອົງການກາແດງລາວ ແລະ

ກາແດງອົດສະຕາລີ. ໄດ້ລົງທະບຽນ ແລະ
ສ້າງຕັ້ງເປັນສະມາຄົມຢ່າງເປັນທາງການໃນວັນທີ່ 28 ມິຖຸນາ 2012ກັບກະຊວງພາຍໃນ. ສະມາຄົມໄດ້ເຄືອນໄຫວ ຢູ່ 12 ແຂວງ 
ທີ່ມີກຸມຜູ້ຕິດເຊື້ອ ພະຍາດເອດ ແລະ ອາສາສະໝັກ
ມີຕ່າງໜ້າກຸມຜູ້ຕິດເຊື້ອແຂວງລະ2 ທ່ານ , ໃນເລືອງຕໍ່ໄປນີ້ ພວກຈະນໍາສະເໜີ
ເລື້ອງລາວຂອງຊາຍຮັກຊາຍ ຫຼື ກະເທີຍ ທີ່ຢູ່ຮວມກັບເຊື້ອພະຍາດເອດ  ດັ່ງຕໍ່ໄປນີ້ 

 

 

 

 

ປະສົບການການໃຊ້ຊິວິດຢູ່ຮ່ວມກັບເຊື້້ອ HIV/AIDS
MSM ຊາຍຮັກຊາຍ
ຂ້ອຍບໍເຊື່ອວ່າ ເປັນກະເທີຍ ຈະຕິດເອດ ແລະ ເຊື່ອມາຕະລອດວ່າ ເອດ ບໍ່ສາມາດຕິດໄດ້ກັນໄດ້ຈາກການມີເພດສຳພັນ ຊາຍກັບຊາຍ

ກອນຕິດເຊື້ອ ພະຍາດເອດ  ຂ້ອຍບໍ່ເຄີຍຄິດວ່າ ກະເທີຍ ກະຕິດເອດ  ແລະ ຂ້ອຍກໍ່ບໍສົນໃຈ ເລື້ອງນີ້ເລີຍ
ທ. ເພັດ, ອາຍຸ 38 ປີ  ຈາກ ແຂວງໄຊຍະບູລີ  ໄດ້ຮັບຜົນກະທົບຈາກພະຍາດເອດ ແຕ່ປີ 2003​ ມາໃນປີ 1996 ຂ້ອຍເອງໄດ້ອາໃສ່ຢູ່ ວຽງຈັນເພື່ອເຂົ້າມາເຮັດວຽກແລະຂ້ອຍໄດ້ເຮັດວຽກເປັນພໍ່ຄົວແລະຂ້ອຍໄດ້ເຮັດວຽກມາຈົນມາຮອດໃນໄລຍະປີ 2000 ຂ້ອຍໄດ້ພົບຮັກກັບ ຊາວຕ່າງຊາດຄົນຫນຶ່ງ ລາວເປັນຊາວອອດ ສະຕາເລຍ ແລະໄດ້້ໃຊ້ຊີ ວິດຮ່ວມກັນປະມາ ສອງປີຫຼັງຈາກນັ້ນກໍໄດ້ເລີກລາກັນໄປ

ຈົນາຮອດໃນປີ 2000-2003 ຂ້ອຍໄດ້ຕັດສິນໃຈຍ້າຍໄປຢູ່ແຂວງຫຼວງພະບາງແລະໄດ້ເຮັດວຽກກ່ຢູ່ໂຮງແຮມຄຽງຄູ່ກັບການຂາຍບໍ່ລິການ ຮັບແຂກທົ່ວໄປ ຄືການຮັກຮ່ວມເພດນັ້ນເອງ ຮອດປີ 2003-2005 ຂ້ອຍໄດ້ຍ້າຍລົງໄປ ແຂວງສະຫວັນນະເຂດ ກັບອາຊີບເດີມ ທີ່ຂາຍບໍລິການ ແລະ ຮັບແຂກທົ່ວໄປຕາມເຄີຍ. ຫຼັງຈາກນັ້ນມາຮອດປີ 2005 ຂ້ອຍໄດ້ກັບມາຢູ່ບ້ານເກີດຂອງຕົນເອງກໍ່ຄືແຂວງໄຊຍະບູລີ ຈົນມາຮອດໄລຍະປະມານ 6 ເດືອນຂ້ອຍໄດລົ້ມປ່ວຍລົງຢ່າງກະທັນຫັນໂດຍທີ່ບໍ່ຮູ້ສາເຫດເລີຍ ຫຼັງຈາກນັ້ນກໍໄດ້ຕັດສິນໃຈໄປກວດເລືອດຢູ່ໂຮງຫມໍເພື່ອກວດຫາສາເຫດວ່າເປັນຫຍັງແທ້ ແລະ ຜົນກວດອອກມາກໍຄືໄດ້ຮັບເຊື້ອເຮສໄອວິ/ເອດ ໃນຂະນະທີ່ໄດ້ຍິນວ່າຕົວເອງຕິດເຊື້ອ ຂ້ອຍຍັງບໍ່ ຢາກເຊື່ອເລີຍວ່າຕົວເອງຊິຕິດໃນຕອນນັ້ນຂໍ້ມູນຂ່າວສານເລື່ອງພະຍາດເອດ ກະຍັງບໍ່ກວ້າງ, ບໍ່ມີຂໍ້ມູນ ແລະຂ້ອຍຄິດວ່າພະຍາດເອດ ມັນຕິດຕໍ່ກັນ ມີແຕ່ ຊາຍ-ຍິງ ແທ້ເທົ່ານັ້ນ ມັນຄົງບໍ່ເກີດກັບ ເພດທີສາມຢ່າງແນນອນ(ກະເທີຍ) ຫຼັງຈາກທີ່ຮູ້ວ່າຕົນເອງຕິດເຊື້ອເອດແລ້ວ ຕອນນັ້ນບໍ່ຮູ້ເລີຍວ່າຊິເຮັດແບບໃດ ກຳລັງໃຈກະບໍ່ມີ ບໍ່ຮູ້ຈະແກ້ໄຂ່ບັນຫາແນວໃດ ຮູ້ຢ່າງດຽວໃນຂະນະນັ້ນກໍ່ຄືຢາກຕາຍເທົ່ານັ້ນ ຢູ່ມາມື້ຫນຶ່ງ ທ່ານ ປະທຸມທອງ ດວງເງີນ ຜູ້ປະສານງານຕ້ານເອດຂັ້ນແຂວງ(ອົງການກາແດງລາວ ໄຊຍະບຸລີ) ແລະ ທ່ານ ສົມຈິດ ຜູ້ຮັບຜິດຊອບວຽກງານອົງການຊ່ວຍເຫຼື່ອເດັກ ອົດສະຕາລີ ພ້ອມດ້ວຍອຳນາດ ການປົກຄອງບ້ານ ໄດລົງມາຢ້ຽມຢາມຄອບຄົວຂອງຂ້າພະເຈົ້າ ແລະເພິ່ນໄດ້ມາໄຫ້ຂໍ້ມູນ ແລະ ຄຳ ແນະນຳເລື່ອງເອດ ແລະ ການຈຳແນກລັງກຽດຢູ່ພາຍໃນຄອບຄົວແລະຊຸມຊົນອ້ອມຂ້າງ, ໃນນັ້ນນ້ອງ ກໍໄດ້ຮັບເງິ່ນງົບປະມາສ່ວນຫນຶ່ງຈາກໂຄງການ ຫຼື ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເອດລາວ ໄປປິ່ນປົວ ຢູ່ໂຮງຫມໍແຂວງສະຫວັນນະເຂດ/ແພດບໍ່ມີພົມແດນ ຈົນຮອດໄລຍະ2-3 ປີ ຈຶ່ງຍ້າຍມາປິ່ນປົວຢູ່ໂຮງ ຫມໍເສດຖາທິລາດຈົນຮອດໄລຍະເວລາ 4-5 ປີ ຈົນມາຮອດປະຈຸບັນນີ້ (2019) ຂ້ອຍຍັງກວດສຸຂະ ພາບແລະກິນຢາຢ່າງຕໍ່ເນື່ອງ ມາຕະຫຼອດ ແລະ ມາໃຊ້ບໍລິການຢູ່ໂຮງຫມໍແຂວງຫຼວງພະບາງ ຈົນຮອດທຸກມື້ນີ້.

ກ່ອນທີ່ຍັງບໍ່ໄດຮັບການປິ່ນປົວໃນສະໄຫມນັ້ນຂ້ອຍເອງຮູ້ເທົ່າບໍ່ເຖິ່ງການ ອີກຢ່າງຫນຶ່ງເລື່ອງໂລກ ເອດຍັງບໍ່ເປີດກ້ວາງແລະຫຼັງຈາກຕິດເຊື້ອເອດແລ້ວຊີວິດທຸກຢ່າງມັນມືດມົວໄປຫມົດທຸກຢ່າງ ຖືກສັງ ຄົມຈຳແນກ ບໍ່ມີວຽກເຮັດງານທຳ ບໍ່ມີຫມູ່ເພື່ອນເສດຖະກິດຄອບຄົວກະບໍ່ມີ

ຫຼັງຈາກທີ່ມີພາກສ່ວນທີ່ກ່ຽວຂ້ອງກັບວຽກງານເອດ ໄດ້ເຂົ້າມາຊ່ວຍເຫຼື່ອ ຊີວິດກໍ່ຄ່ອຍໆດີຂຶ້ນ ເທື່ອລະກ້າວແລະສັງຄົມກະຄ່ອຍໆຍອມຮັບແລະຫຼຸດພົ້ນອອກຈາກການຈຳແນກລັງກຽດ ແລະ ໄດ້ມີສ່ວນຮ່ວມນຳສັງຄົມແລະຊຸມຊົນຫຼາຍຂຶ້ນ ຄອບຄົວມີວຽກເຮັດແລະຊ່ວຍເຫຼື່ອກັນມາເລື້ອຍໆ ຈົນຮອດປັດຈຸບັນ,
ທຸກວັນນີ້ຂ້ອຍດີໃຈຫຼາຍທີ່ໄດ້ຮັບການຊ່ວຍເຫຼື່ອແລະຍັງເປັນກະບອກສຽງໄຫ້ແກ່ວຽກງານໂລກ ເອດໄຫ້ກ້າວຫນ້າ ແລະ ບໍ່ຍອມແພ້ກັບສິ່ງທີ່ເປັນຢູ່ ແລະ ຂໍຂອບໃຈທຸກທ່ານທີ່ໄດ້ຊ່ວຍເຫຼືອ ຂ້າພະ ເຈົ້າ ຜ່ານການຮຽນຮູ້ ບົດຮຽນຊິວິດ ທັງດີ ແລະບໍດີ ລ້ວນແຕ່ເປັນບົດຮຽນອັນລໍ້າຄ່າ ແລະ ເປັນສິງທີ່ບໍ່ ອາດລືມ ສໍ່າຫຼັບຂ້າພະເຈົ້າ  ແລະ ຂໍຂອບໃຈ ທຸກການຊວຍເຫຼືອ ໃຫ້ທືນ, ຂອງທ່ານໝໍ, ໂຮງໝໍ, ພະນັກງານ, ອາສາສະໝັກ ແລະ ສະມາຄົມຜູ້ຕິດເຊື້ອພະຍາດເອດ APL+