COVID-19 Vaccines and HIV (Vaccines for PLHIV)

COVID-19 Vaccines and HIV (Vaccines for PLHIV)

COVID-19 VACCINES AND HIV

Vaccine COVID safe for PLHIV

PLHIV have the right to access the COVID-19 Vaccines

The COVID-19 vaccines under development or approved by regulators are believed to be safe for most people, including people living with HIV. There is therefore no reason why people living with HIV should not take the
vaccine when offered it.

COVID-19 vaccines are safe for people  living with HIV
COVID-19 vaccines bring the same benefits to people living with HIV as they bring to all individuals and communities—prevention of severe disease due to SARS-CoV-2 and potentially reduced transmission of the SARS-CoV-2 virus
People living with HIV should continue to take effective antiretroviral therapy.
Even after vaccination, people should continue to take preventive measures against the SARS-CoV-2 virus.
Are COVID-19 vaccines safe for people living with HIV? The COVID-19 vaccines authorized by regulators significantly
reduce the risk of severe disease and death and are believed to be safe for most people, including people living with HIV. Before vaccines are licensed for scale-up, global and national regulatory authorities review the data and ensure that they are safe. No safety or efficacy data have emerged to cause worry that people living with HIV are at any greater risk from COVID-19 vaccines than anyone else. The vaccines include some of the genetic material from
SARS-CoV-2 (the virus that causes COVID-19), which stimulates our immune systems to make antibodies against the spike protein that SARS-CoV-2 uses to bind to human cells during infection. None of the vaccine approaches under development or approved by regulators use live vaccines and so they should be just as safe in people with compromised immune systems, such as some people living with HIV who are not virally suppressed. In addition, no pharmacological interactions have been reported between COVID-19 vaccines and antiretroviral medicines, which people living with HIV should continue to take after vaccination in order to maintain health. Some of the trials for the vaccines included participants from countries where HIV is more common, such as South Africa, and so will have included a number of people living with HIV. However, some trials excluded people living with HIV as a precautionary measure.   As with most vaccines, mild symptoms in the days after a COVID-19 vaccination, typically a sore arm, but sometimes also a more generalized malaise or a mild fever, have been experienced by some people. A very small number of people have had a serious allergic reaction, which can be safely managed by keeping people under observation for 15 to 30 minutes after they receive the vaccine. There is no reason to expect that the mild or more severe reactions occur at higher levels among people living with HIV.  Serious side-effects of a vaccine may occur so rarely that they cannot be detected among the first people to be vaccinated. However, surveillance systems are in place to ensure that rare but serious adverse events are reported to the public health authorities and to the manufacturers of the vaccines The AstraZeneca COVID-19 vaccine Vaccination against COVID-19 will not reduce illness or deaths from other causes. In extensive vaccination campaigns, it is routine for countries to signal potential adverse events following immunization. Regulatory authorities are in regular contact with vaccine manufacturers regarding the latest information on COVID-19 vaccine safety. Regarding the AstraZeneca vaccine,
data show that the benefits of the AstraZeneca vaccine outweigh its risks and it is recommended that vaccinations continue. Should people living with HIV be vaccinated against COVID-19 and should they be prioritized?  For people living with HIV, COVID-19 vaccines bring the same  benefits as they bring to all individuals and communities—
prevention of severe disease due to SARS-CoV-2 and potentially reduced transmission of the SARS-CoV-2 virus.
Advocacy is needed so that no one is left behind and that national vaccination programmes do not exclude people from key populations, who may have limited access to health services. Based on recent data that show that people living with HIV, regardless of their CD4 count, appear to be at an increased risk of severe outcomes and death due to
COVID-19 compared to other people, people living with HIV should be a recognized priority group in national COVID-19 vaccination policies. Until levels of the virus have fallen to very low levels in the population, people should continue to take preventive measures against the SARS-CoV-2 virus (physical distancing,
regular hand washing, wearing face coverings), even after vaccination. People living with HIV should take effective antiretroviral therapy, which not only keeps people healthy but also prevents ongoing transmission of HIV

https://www.unaids.org/sites/default/files/media_asset/covid19-vaccines-and-hiv_en.pdf

COVID-19 Vaccines and HIV (Vaccines for PLHIV)

ຜູ້ມີເຊື້ອ HIV or AIDS ສາມາດສັກວັກຊິນໄດ້ບໍ່?

ອິງຕາມ ຂໍ້ມູນ ຈາກອົງການອານາໄມໂລກ ໄດ້ ລາຍງານວ່ າ ຜູ້ຕິດເຊື້ອພະຍາດເອດ ແມ່ ນສາມາດ ສັກວັກຊີນໄດ້ ແຕ່ ກອນຈະໄປສັກ ຜູ້ກ່ ຽວ ຕ້ອງປະເມີນຕົນເອງ ວ່ າຕົນມີຄວາມພ້ອມບ່ ໍ ເຊັນວ່ າ ຕົນບໍມີ ພະຍາດຮ່ ວມອັນອືນບ່ ໍ ນອກຈາກ ພະຍາດເອດ, ພະຍາດຮ່ ວມເຊັນ: ເປັນເບົາຫວານ, ພະຍາດຫອບຮຶດ, ພະຍາດຫົວໃຈ, ພະຍາດຄວາມດັນ ແຕ່ ທັງນີ້ທັງນັ້ນ ຄວນປືກສາທ່ ານໝໍ ທ່ ີກ່ ຽວຄ້ອງ ແລະ ສູນບໍລິການສັກວັກຊີນ ຫຼື ສູນ ART

Loader Loading...
EAD Logo Taking too long?

Reload Reload document
| Open Open in new tab
7 ເຄັດລັບສໍາລັບການກິນອາຫານຢ່າງມີ ສຸຂະພາບດີ ໃນຊ່ວງການລະບາດ ຂອງພະຍາດໂຄວິດ 19

7 ເຄັດລັບສໍາລັບການກິນອາຫານຢ່າງມີ ສຸຂະພາບດີ ໃນຊ່ວງການລະບາດ ຂອງພະຍາດໂຄວິດ 19

ຄຳແນະນຳຈາກຜູ້ຊ່ຽວຊານດ້ານໂພຊະນາການຂອງອົງການອາຫານໂລກກ່ຽວກັບອາຫານທີ່ຄວນ ແລະ ບໍ່ຄວນກິນໃນຊ່ວງການກັກຕົວເອງ.

ການລະບາດຂອງພະຍາດອັກປອດສາຍພັນໃໝ່ ໂຄວິດ-19 ໄດ້ປ່ຽນແປງວິທີການໃຊ້ຊີວິດ, ເຮັດວຽກ​ ແລະ ໃຫ້​ຄວາມ​ບັນ​ເທີງ​​ແກ່​ຕົວ​ເອງ. ຜູ້ຄົນທົ່ວໂລກຖືກບັງຄັບໃຫ້ຢູ່ເຮືອນ ແລະ ຫຼຸດຜ່ອນການພົວພັນທາງສັງຄົມ (ການຮັກສາໄລຍະຫ່າງທາງສັງຄົມ) ຕາມ​ຮູບ​ແບບ​ຄວາມຕ້ອງການຂອງ​ແຕ່​ລະ​ປະ​ເທດ​ທົ່ວ​ໂລກ​ຕໍ່​ກັບການລະບາດຂອງພະຍາດ​ໂຄວິດ-19

ຊ່ຽວຊານດ້ານໂພຊະນາການຂອງອົງການອາຫານໂລກ (WFP) ກ່າວວ່າ: ການ​ກິນອາຫານ​ເພື່ອສຸຂະພາບດີຄວນເປັນສ່ວນໜຶ່ງຂອງການຕອບໂຕ້ ສຳລັບທຸກໆຄົນຕໍ່ພະຍາດ​ໂຄວິດ-19. ນີ້ແມ່ນຄຳແນະນຳຂອງພວກເຂົາ – ກ່ຽວກັບວິທີທີ່ດີທີ່ສຸດໃນກິນອາຫານ​ ທ່ານສາມາດເຮັດໄດ້, ບໍ່ວ່າທ່ານຈະຢູ່ໃສ ແລະ ສິ່ງທີ່ມີຢູ່ໃນທ້ອງຕະຫລາດ. ສິ່ງທຳອິດໄດ້ແກ່:

  1. ການ​ດື່ມ​ນ້ຳ

ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ມີນ້ຳ​ຢູ່ 75%. ຕາມປົກກະຕິແລ້​ວ​ຄົນ​ເຮົ​າ​ຄວນ​ດື່ມ​ນ້ຳ 8 ຈອກຕໍ່ມື້. ໃນຂະນະທີ່ພວກເຮົາບໍ່ຄ່ອຍເຄື່ອນໄຫວໃນລະຫວ່າງການກັກຕົວເອງ ເຮົາອາດຈະບໍ່ຮູ້ສຶກຫິວ​ນ້ຳ, ​ດັ່ງ​ນັ້ນ ມັນເປັນສິ່ງສຳຄັນທີ່ຈະຕັ້ງ​ເວ​ລາເຕືອນເ​ພື່ອ​ດື່ມ​ນ້ຳເປັນປະຈຳ ຮັບປະກັນວ່າ ຮ່າງກາຍຂອງພວກເຮົາ​ໄດ້​ຮັບ​ນ້ຳ​ຢ່າງ​ພຽງ​ພໍ.

ສຳ​ລັບ​ລົດ​ຊາດ ແລະ ໂພ​ຊະ​ນາ​ການ, ເອົາ​ໝາກ​ແຕງ, ໜາກນາວ, ຫຼື ໝາກ​ກ້ຽງ​ທີ່​ຊ່ອຍ​ເປັນ​ປ່ຽງ​ໄວ້​ແລ້ວ​ໃສ່​ໃນ​ຈອກ​ນ້ຳ. ຫຼີກ​ລຽງ​ເຄື່ອງ​ດື່ມ​ທີ່​ມີ​ລົດ​ຊາດ​ຫວານ​ເຊັ່ນ: ນ້ຳ​ອັດ​ລົມ ແລະ ໂຊ​ດາ ເນື່ອງ​ຈາກມີປະ​ລິ​ມານ​ນ້ຳ​ຕານ​ສູງ.

  • ໝວດອາ​ຫານ ທີ່ເຮັດໃຫ້ຮ່າງກາຍເຄື່ອນໄຫວ

ອາຫານເຫຼົ່ານີ້ແມ່ນແຫຼ່ງພະລັງງານຈຳເປັນຕໍ່ກັບຮ່າງກາຍເຊິ່ງມີຄວາມສຳຄັນຫຼາຍໃນຂະບວນການໃຊ້ຄວາມຄິດ,ການເຮັດວຽກ  ແລະ ການປ້ອງກັນພະຍາດຕ່າງໆ – ມີໃນອາຫານຫຼັກໆເຊັ່ນ: ເຂົ້າ, ເຂົ້າໜົມ, ເຂົ້າຈີ່  ແລະ ພືດທີ່ໃຫ້ຜົນທາງຮາກ (ພືດຕະກຸນທີ່ອອກຜົນໃນດິນເຊັ່ນ: ມັນປະເພດຕ່າງໆ, ຖົ່ວປະເພດຕ່າງໆ….)  ປະເພດເຂົ້າໜົມປັງ ແລະ ເຂົ້າແບບປະສົມຫຼາຍໆພັນ ເຊິ່ງໃຫ້ພະລັງງານຍາວນານກວ່າ ແລະ ຍັງຊ່ວຍໃຫ້ຮັກສານໍ້າໜັກຂອງທ່ານໃຫ້ຄົງທີ່

3. ໝວດອາຫານທີ່ເຮັດໃຫ້ຮ່າງກາຍເຕີບໃຫຍ່

ອາຫານປະເພດນີ້ຊ່ວຍໃນການຈະເລີນເຕີບໂຕທາງຮ່າງກາຍ, ໂດຍສະເພາະເດັກນ້ອຍ. ອາຫານເຫຼົ່ານີ້ຈະຊ່ວຍໃຫ້ຮ່າງກາຍຂອງເຮົາແຂງແຮງຂຶ້ນເມື່ອເຮົາບໍ່ສະບາຍ ຫຼື ມີການຕິດເຊື້ອ. ເຖິງຮ່າງກາຍຂອງພວກເຮົາຈະໃຊ້ແຮ່ທາດຈາກອາຫານປະເພດນີ້ໃນປະລິມານໜ້ອຍ ແຕ່ມັນຈຳເປັນທີ່ພວກເຮົາຈະຕ້ອງໄດ້ກິນທຸກມື້. ລວມໄປເຖິງຊີ້ນສັດ, ປາ , ນົມ ແລະ ຜະລິດຕະພັນນົມເຊັ່ນ: ເນີຍແຂງ ແລະ ໂຢເກິດ (ນົມສົ້ມ). ມັນຄຸ້ມຄ່າທີ່ຈະຊື້ນົມ UHT ແລະ ຜະລິດຕະພັນນົມອື່ນໆທີ່ສາມາດເກັບຮັກສາໄວ້ດົນ, ຊີ້ນ ແລະ ປາແຊ່ແຂງ.ຂື້ນກັບການໝົດອາຍຸຂອງອາຫານ, ໄຂ່ ສາມາດເກັບໄວ້ໃນຕູ້ເຢັນດົນເຖິງ 3 ອາທິດນັບຈາກມື້ທີ່ເຮົາໄປຊື້ ໄຂ່ເປັນແຫຼ່ງໂປຼຕິນໄຂມັນຕ່ຳ ແລະ ວິຕາມິນຫຼາຍ.

ຫລຸດຜ່ອນການບໍລິໂພກຊີ້ນກະປ໋ອງ ເພາະມີທາດເກືອ ແລະ ໄຂມັນສູງ. ທູນ່າກະປ໋ອງເປັນທາງເລືອກທີ່ດີກວ່າຕໍ່ການຮັກສາສຸຂະພາບ. ແຫຼ່ງໂປຼຕິນຈາກພືດ ເຊັ່ນ: ຖົ່ວເລນທີວ (Lentil) ແລະ  ບັນດາຖົ່ວ ມີອາຍຸໃນການເກັບຮັກສາຍາວນານ ແລະ ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດ. ລ້າງອາຫານແຫ້ງໃຫ້ສະອາດກ່ອນນຳໄປປຸງແຕ່ງອາຫານທຸກໆຄັ້ງ.

              • Photo:  WFP

4. ໝວດອາຫານທີ່ເຮັດໃຫ້ຮ່າງກາຍແຂງແຮງ

ໃຫ້ແນ່ໃຈວ່າຮ່າງກາຍຍັງເຮັດວຽກໄດ້ດີ, ປ້ອງກັນຮ່າງກາຍຈາກເຊື້ອພະຍາດ ແລະ ຕໍ່ສູ້ກັບໂລກໄພໄຂ້ເຈັບ. ອາຫານທຸກຢ່າງມີວິຕາມິນ ແລະ ແຮ່ທາດ ໝາກໄມ້ ແລະ ຜັກສີຕ່າງໆອຸດົມໄປດ້ວຍວິຕາມິນ ແລະ ສານຕ້ານອະນຸມູນອິດສະຫຼະ. ສ້າງສີສັນຂອງຈານອາຫານດ້ວຍ:

    •  ຜັກ ແລະ ໝາກໄມ້ທີ່ມີສີຂຽວ: ບ໋ອກໂຄລີ, ຜັກຫົມ, ກະຫຼໍາປີ, ຜັກສະລັດ, ກະຫຼໍາປີຫົວນ້ອຍ, ຖົ່ວຂຽວ, ໝາກແຕງ, ໝາກບວບ, ຖົ່ວຂຽວ, ໝາກເຜັດຂຽວ, ໜາກໂປມຂຽວ, ໝາກກິວີ, ໝາກອາງຸ່ນຂຽວ, ໝາກນາວເປືອກຂຽວ ແລະ ອະໂວຄາໂດ (ໝາກເບີ).
    • ຜັກ ແລະ ໝາກໄມ້ທີ່ມີສີໜາກກ້ຽວ ແລະ ສີເຫຼືອງ: ກະລົດ, ໝາກອຶ, ສາລີຫວານ, ມັນດ້າງ, ໝາກເຜັດຫວານ, ໝາກເລັ່ນເຫລືອງ,ໝາກໂປມເຫຼືອງ, ໝາກຄາຍກ້ຽງ, ໝາກກ້ຽງ, ສົ້ມໂອ, ໝາກຄາຍຂົນ, ໝາກມ່ວງ, ໝາກຮຸ່ງ, ໝາກສາລີ້ (ໝາກຈ່ອງ) ແລະ ໝາກນັດ.
    • ຜັກ ແລະ ໝາກໄມ້ທີ່ມີສີແດງ: ໝາກເລັ່ນ, ຫົວຜັກກາດແດງ, ກະຫຼ່ຳປີແດງ, ຫົວບີດ, ອາງຸ່ນແດງ, ສະຕໍບໍລີ, ໝາກໂມ, ໝາກເຊີລີ, ຣັສເບີລີ, ໝາກພິລາ, ແຄນເບີລີ, ໝາກໂປມແດງ.
    • ຜັກ ແລະ ໝາກໄມ້ທີ່ມີສີຟ້າ ແລະ ມ້ວງ:​ ໝາກເຂືອມ້ວງ (ໝາກເຂືອຫໍາມ້າ), ກະຫຼໍາປີສີມ້ວງ, ມັນມ້ວງ, ແບັກເບີລີ, ບລູເບີລີ, ອາງຸຸ່ນມ້ວງ, ໝາກໝັ້ນ, ໝາກອາງຸ່ນແຫ້ງ ແລະ ໝາກເດື່ອມ້ວງ.
    • ຜັກ ແລະ ໝາກໄມ້ທີ່ເກັບຮັກສາໄວ້ກີນດົນ: ບໍ່ວ່າຈະເປັນປະເພດກະປ໋ອງ, ແຊ່ແຂງ/ ແຫ້ງ ຫຼື ໝັກ/ດອງ, ສິ່ງເຫຼົ່ານີ້ເປັນທາງເລືອກທີ່ດີທີ່ສຸດເມື່ອຜັກ ແລະ   ໝາກໄມ້ສົດຫາຍາກເນື່ື່ອງຈາກລະດູການ ຫຼື ເຮົາບໍ່ສາມາດຊື້ໄດ້ທຸກມື້.

5. ອາຫານທີ່ມີການເພີ່ມແຮ່ທາດ ແລະ ອາຫານເສີມ

ອີງຕາມສະຖານະການ ທ່ານອາດຈະມີຄວາມຈຳເປັນຕ້ອງກິນອາຫານທີ່ມີການເພີ່ມແຮ່ທາດ ແລະ ອາຫານເສີມ ຄຽງຄູ່ກັບກັບອາຫານທີ່ກິນເປັນປະຈຳວັນ    ໂດຍສະເພາະຢ່າງຍິ່ງ ໃນສະພາບການທີ່ອາຫານບໍ່ມີຄຸນນະພາບ ແລະ ມີຈຳນວນຈຳກັດ ເນື່ອງຈາກຄວາມບໍ່ປອດໄພຂອງອາຫານ.

6. ານອອກກໍາລັງກາຍ

ຢ່າລືມແບ່ງເວລາອອກກຳລັງກາຍ. ອົງການອະນາໄມໂລກແນະນຳກິດຈະກຳທາງກາຍຍະພາບ ( ການອອກກຳລັງກາຍ)  30 ນາທີຕໍ່ມື້ສຳລັບຜູ້ໃຫຍ່ ແລະ 1 ຊົ່ວໂມງຕໍ່ມື້ ສໍາລັບເດັກນ້ອຍ. ຖ້າໄດ້ຮັບອະນຸຍາດ ໃຫ້ອອກໄປຂ້າງນອກເພື່ອຍ່າງ ຫຼື ແລ່ນ ໃນຂະນະກຳລັງຢູ່ໃນມາດຕະການການຮັກສາໄລຍະຫ່າງທີ່ປອດໄພຈາກຄົນອື່ນ. ຖ້າທ່ານບໍ່ສາມາດອອກຈາກບ້ານໄດ້, ທ່ານສາມາດຫາ ວິດີໂອ ອອກກຳລັງກາຍຈາກອອນໄລ, ເຕັ້ນຕາມເພງທີ່ທ່ານມັກ,​ ຫຼິ້ນໂຍຄະ ຫຼື ຍ່າງຂຶ້ນລົງຕາມຂັ້ນໄດກໍ່ໄດ້.

7. ອາຫານ ໃດທີ່ຄວນຫຼີກລຽງ

ອາຫານທີ່ມີໄຂມັນ, ນໍ້າຕານ ແລະ ເກືອສູງ (ອາຫານທີ່ຜ່ານຂະບວນການປຸງແຕ່ງຫຼາຍ) ບໍ່ໄດ້ຖືວ່າເປັນອາຫານທີ່ມີປະໂຫຍດຕໍ່ສຸຂະພາບ. ມັນມີຄວາມສຳຄັນ ໂດຍສະເພາະຢ່າງຍິ່ງໃນຊ່ວງເວລານີ້ ທີ່ຄວນຈະຫລີກລຽງອາຫານເຫລົ່ານີ້ ຍ້ອນວ່າມັນບໍ່ມີປະໂຫຍດໃດໆທາງໂພຊະນາການ.

ແປຈາກເອກະສານພາສາອັງກີດຂອງອົງການອາຫານໂລກ:Unofficial translation

HIV+COVID-19

HIV+COVID-19

ສິ່ງທີ່ຜູ້ຕິດເຊື້ອເອດຈຳເປັນຕ້ອງຮູ້ກ່ຽວກັບ

 ພະຍາດເອດ ແລະ ໂຄວິດ-19 (HIV+ COVID – 19)

ພະຍາດໂຄວິດ-19 ແມ່ນພະຍາດທີ່ຮ້າຍແຮງ ແລະ ຜູ້ຕິດເຊື້ອເອດ (HIV) ທຸກຄົນຄວນໃຊ້ທຸກມາດຕະການປ້ອງກັນທີ່ໄດ້ມີການ ແນະນຳ  ເພື່ອປ້ອງກັນຕົວເອງບໍ່ໃຫ້ໄປສຳຜັດກັບເຊື້ອພະຍາດໂຄວິດ COVID-19 ຢ່າງເດັດຂາດ ແລະ ເພື່ອເປັນການຫຼຸດຜ່ອນການຮັບເຊື້ອໄວຣັດທີ່ເປັນສາເຫດຂອງເຊື້ອພະຍາດໂຄວິດ COVID-19. ມັນເປັນສິ່ງສຳຄັນເພື່ອເນັ້ນຍຳ້ວ່າ ໃນປະຈຸບັນຍັງບໍ່ມີຫຼັກຖານທີ່ຊັດເຈນ ວ່າຜູ້ຕິດເຊື້ອເອດ (HIV)  ມີຄວາມສ່ຽງເພີ້ມຂຶ້ນຕໍ່ກັບການໂຄວິດ COVID-19 ຫຼື ຫາກພວກເຂົາເກີດຕິດເຊື້ອພວກເຂົາຈະໄດ້ຜົນກະທົບທີ່ຮ້າຍແຮງກວ່າຄົນປົກກະຕິ. ມັນບໍ່ໄດ້ໝາຍຄວາມວ່າຜູ້ຕິດເຊື້ອເອດ ຈະສາມາດຕິດເຊື້ອໂຄວິດ COVID-19 ຢ່າງງ່າຍດາຍ ແລະ ພວກເຂົາຈຳເປັນຕ້ອງໃຊ້ທຸກຂໍ້ຄວນລະວັງ ເພື່ອປ້ອງກັນຕົວເອງຕະລອດເວລາ.  ເຊັ່ນດຽວກັບປະຊາຊົນທົ່ວໄປ, ຜູ້ສູງອາຍຸທີ່ຕິດໂລກເອດ (HIV)  ຫຼື ຜູ້ທີ່ເປັນໂລກເອດ (HIV)  ທີ່ມີບັນຫາກ່ຽວກັບຫົວໃຈ ຫຼື ປອດອາດຈະມີຄວາມສ່ຽງສູງທີ່ຈະຕິດເຊື້ອໄວຣັດໂຄວິດ COVID-19 ແລະ ມີອາການຮຸນແຮງຫຼາຍກວ່າປົກກະຕິ.  ຍ້ອນວ່າ ໂຄວິດ COVID-19 ຍັງສືບຕໍ່ແຜ່ລາມໄປທົ່ວໂລກ, ມັນຈຶ່ງມີຄວາມສຳຄັນສຳລັບການຄົ້ນຄວ້າຢ່າງບໍ່ຢຸດຢັ້ງ ໃນສະພາບການທີ່ມີອັດຕາການຕິດເຊື້ອ HIV ສູງໃນປະຊາກອນທົ່ວໄປເພື່ອແສງແຍງທາງ(ປັດໄຈ)ອັນຊັດເຈນກ່ຽວກັບປະຕິກິລິຍາທາງຊີວະພາບ ແລະ ພູມຕ້ານທານລະຫວ່າງໂລກເອດ (HIV)  ແລະເຊື້ອໄວຣັດໂຄວິດ COVID-19. ຂໍ້ຄວນລະວັງທີ່ຜູ້ທີ່ຕິດເຊື້ອເຮສໄອວີ ແລະປະຊາກອນທີ່ ສຳ ຄັນຄວນປະຕິບັດຕາມເພື່ອປ້ອງກັນການຕິດເຊື້ອໂຄວິດ COVID-19:

ການຢູ່ຢ່າງປອດໄພ:

  • ລ້າງມືເລື້ອຍໆດ້ວຍສະບູແລະນ້ຳສະອາດ(ປະມານ 40-60 ວິນາທີ) ຫຼື ຂ້າເຊື້ອດ້ວຍຜະລິດຕະພັນທີ່ມີເຫຼົ້າ (ປະມານ 20-30 ວິນາທີ). 
  • ກວມເອົາປາກ ແລະດັງຂອງທ່ານດ້ວຍຂໍ້ພັບແຂນສອກ ຫຼື ເຈ້ຍອະນາໄມເມື່ອໄອ ຫຼື ຈາມ.  ຖິ້ມເຈ້ຍອະນາໄມທີ່ໃຊ້ແລ້ວລົງໃສ່ກະຕ່າຂີ້ເຫຍື່ອທຸກໆຄັ້ງ. 
  • ຫລີກລ້ຽງການໃກ້ຊິດກັບຄົນທີ່ເປັນໄຂ້ ຫລື ໄອ. 
  • ຢູ່ເຮືອນ( ຄວນແຍກຕົວອອກມາຢູ່ຫ້ອງຄົນດຽວ) ເມື່ອທ່ານເຈັບປ່ວຍບໍ່ສະບາຍ.
  • ຖ້າທ່ານ ກຳລັງໄຂ້, ເປັນໄອ, ຫາຍໃຈຍາກ ແລະ ໄດ້ເດີນທາງໄປ ຫຼື ຢູ່ໃນເຂດຊຸ່ມສ່ຽງຕິດເຊື້ອ COVID-19 ທີ່ມີໃນລາຍງານ, ທ່ານຄວນໄປພົບແພດຕາມຈຸດບໍລິການໃນຊຸມຊົນ, ຫຼື ໂຮງໝໍທັນທີ.  ລາຍງານຫນ່ວຍງານແພດໝໍກ່ຽວກັບອາການ ແລະ ປະຫວັດຂອງການເດີນທາງທີ່ຜ່ານມາຂອງທ່ານ ເພື່ອກວດຫາເຊື້ອໄວຣັດໂຄວິດ COVID-19 ທັນທີ!
  • ຖ້າທ່ານກຳລັງປ່ວຍ, ກະລຸນາໃສ່ໜ້າກາກດ້ານການແພດ ແລະ ຢູ່ຫ່າງຈາກຄົນອື່ນໆ.

ຂໍ້ມູນຂ່າວສານ ຂໍ້ເຈິງກ່ຽວກັບໄວຣັສໂຄວິດ COVID-19

ແລະ ກວດກາຕີດຕາບີ່ງຂໍ້ມູນທີ່ ຈາກແຫຼ່ງທີ່ເຊື່ອຖືໄດ້ເທົ່ານັ້ນ,ເຊັ່ນວ່າ ອົງການອານາໄມໂລກ: https://www.who.int/emergencies/diseases/novel-coronavirus-2019.

ການກຽມພ້ອມ

– ເຈົ້າຄວນມີເຄື່ອງແພດທີ່ຈໍໍາເປັນເພື່ອສໍາຮອງໄວ້ໃນມື -ໃຫ້ພຽງພໍໃນຊ່ວງ30ມື້ ຫຼືຫຼາຍກວ່ານັ້ນ. ອົງການອານາໄມໂລກໄດ້ມີແນວທາງໃນການແນະນຳຜູ້ຕິດເຊື້ອໃນຮູບແບບການຮັບຢາລ່ວງຫນ້າກ່ອນ 3 ເດືອນ ຫຼື ຫຼາຍກວ່ານັ້ນ ເຖິງແມ່ນວ່ານະໂຍບາຍນີ້ຈະບໍ່ດຳເນີນການໄປຢ່າງກວ້າງຂວາງໃນທຸກໆປະເທດ.

– ຮູ້ວິທີການຕິດຕໍ່ຫາສູນ ຫຼືໂ ຮງໝໍຜ່ານທາງໂທລະສັບເມື່ອຕ້ອງການຄໍາແນະນໍາ.

– ຮູ້ວິທີການເຂົ້າເຖິງການຮັກສາ ແລະ ການສະໜັບສະໜູນພາຍໃນຊຸມຊົນຂອງເຈົ້າເອງ. ການຮັກສານີ້ລວມມີ ຢາຕ້ານໄວຣັສ, ຢາວັນນະໂຣກ (ຖ້າຫາກມີການຮັກສາວັນນະໂຣກ) ແລະ ຢາຮັກສາພະຍາດອື່ນທີ່ເຈົ້າຄວນມີ.

ປະຊາກອນມີທີ່ສຳຄັນ, ລວມທັງຄົນທີ່ໃຊ້ຢາເສບຕິດ, ຜູ້ຍິງບໍລິການທາງເພດ, ຜູ້ຊາຍມີເພດສຳພັນກັບຜູ້ຊາຍ, ຄົນແປງເພດ, ກະເທີຍ ແລະ ນັກໂທດ, ຄວນຮັບປະກັນວ່າພວກເຂົາມີວິທີການສຳຄັນໃນການປ້ອງກັນການຕິດເຊື້ອໂລກເອດ (HIV), ເຊັ່ນເຂັມແລະເຊີແລງ / ຫຼື ການປິ່ນປົວດ້ວຍຢາ OPIOID, ຖົງຢາງອະນາໄມ ແລະ ການປ້ອງກັນລ່ວງໜ້າ (ການນໍາໃຊ້ຢາ PrEP).  ການສະໜອງທີ່ພຽງພໍຂອງຢາປິ່ນປົວອື່ນໆ ເຊັ່ນ ການຄຸມກຳເນີດ ແລະ ການປິ່ນປົວດ້ວຍຮໍໂມນທີ່ຢັ້ງຢືນບົດບາດຍິງ – ຊາຍ, ກໍ່ຄວນຈະໄດ້ຮັບເຊັ່ນກັນ.

• ບໍ່ແມ່ນທຸກໆປະເທດທີ່ໄດ້ປະຕິບັດນະໂຍບາຍຕ່າງໆເພື່ອອະນຸຍາດໃຫ້ມີໃບສັ່ງຢາທີ່ຍາວນານ. ຕິດຕໍ່ກັບຜູ້ໃຫ້ບໍລິການດູແລສຸຂະພາບຂອງທ່ານໄວເທົ່າທີ່ຈະໄວໄດ້. ພິຈາລະນາເຮັດວຽກກັບຄົນອື່ນໃນຊຸມຊົນຂອງທ່ານເພື່ອຊັກຊວນໃຫ້ຜູ້ໃຫ້ບໍລິການດູແລສຸຂະພາບ ແລະ ຜູ້ຕັດສິນໃຈສະໜອງຢາຕາມໃບສັ່ງແພດຫຼາຍເດືອນສຳລັບຢາທີ່ຈຳເປັນຂອງທ່ານ.
• ສົນທະນາກັບຄອບຄົວ ແລະ ໝູ່ເພື່ອນຂອງທ່ານວ່າຈະສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນສະຖານະການການນຳໃຊ້ມາດຕະການແກ້ໄຂຄວາມແຕກຕ່າງທາງສັງຄົມໄດ້ຖືກຈັດຕັ້ງປະຕິບັດ. ຈັດຕັ້ງກຸ່ມເພື່ອສື່ສານແບບສະລັບເວນຍາມກັນພາຍໃນຊຸມຊົນຂອງທ່ານສຳລັບ ອາຫານ, ຢາ, ການເບິ່ງແຍງເດັກນ້ອຍ ຫຼື ສັດລ້ຽງ, ແລະອື່ນໆ.

• ຊ່ວຍເຫຼືອຜູ້ອື່ນໃນຊຸມຊົນຂອງທ່ານແລະໃຫ້ແນ່ໃຈວ່າພວກເຂົາຍັງມີຢາທີ່ຈຳເປັນຢ່າງພຽງພໍ.

• ກວດເບິ່ງວ່າທ່ານຮູ້ວິທີການຕິດຕໍ່ກັບເຄືອຂ່າຍຜູ້ທີ່ຕິດເຊື້ອເອດ (HIV) ຢູ່ພາຍໃນທ້ອງຖິ່ນຂອງທ່ານ.  ວາງແຜນສຳລັບໂທລະສັບ ແລະ ການເຊື່ອມຕໍ່ສື່ສັງຄົມໃນກໍລະນີທີ່ສາທາລະນະສຸກຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ ຫຼື ຖ້າທ່ານເຈັບປ່ວຍ.

ການຊ່ວຍເຫຼືອຕົນເອງ ແລະ ຄົນອ້ອມຂ້າງ

  • ການລະບາດຂອງເຊື້ອໂຄວິດ COVID-19 ອາດຈະເຮັດໃຫ້ເກີດຄວາມຢ້ານກົວແລະກັງວົນ – ທຸກໆຄົນກໍ່ໄດ້ຮັບກຳລັງໃຈໃນການເບິ່ງແຍງຕົວເອງແລະ ສົ່ງຕໍ່ໄປໃຫ້ກັບຄົນທີ່ຮັກ. 

ຜູ້ທີ່ຕິດໂລກເອດ (HIV) ແລະຊຸມຊົນຂອງພວກເຂົາມີປະສົບການຫຼາຍທົດສະວັດກ່ຽວກັບການປັບໂຕ, ການຊອກຫາເສັ້ນທາງການເອົາຊີວິດລອດ ແລະ ເຕີບໃຫຍ່ມາກັບພະຍາດເອດ (HIV) ແລະ ພວກເຂົາສາມາດຂີດແຕ້ມກ່ຽວກັບປະຫວັດຄວາມເປັນມາຂອງພວກເຂົາທີ່ມີອຸດົມສົມບູນເພື່ອສົ່ງຕໍ່ໃຫ້ແກ່ຄອບຄົວ, ຊຸມຊົນ ແລະ ສັງຄົມຂອງພວກເຂົາໝູນໃຊ້ໃນວິກິດການຄືປັດຈຸບັນເຊັ່ນ:

  • ຫຼີກລ້ຽງການບໍລິໂພກຂ່າວກ່ຽວກັບ COVID-19 ທີ່ເກີນຈິງ(ບໍ່ມີມູນຄວາມຈິງ) ຈາກສື່ຕ່າງໆ. ຄວນອ່ານ ຫຼື ບໍລິໂພກຂໍ້ມູນຈາກຫຼັກຂໍ້ມູນທີ່ເຊື່ອຖືໄດ້ເທົ່ານັ້ນ.
  • ການດູແລສຸຂະພາບຮ່າງກາຍຂອງຕົນເອງ.  ສູດລົມຫາຍໃຈເຂົ້າ-ອອກໃຫ້ເລິກໆ, ຍືດຮ່າງກາຍ ຫຼື ນັ່ງສະມາທິ.  ພະຍາຍາມກິນອາຫານທີ່ມີປະໂຫຍດດີຕໍ່ສຸຂະພາບ ແລະ ມີຄວາມສົມດຸນກັບຮ່າງກາຍອອກກຳລັງກາຍເປັນປະຈຳຢ່າງສະໝຳ່ສະເໝີ, ນອນໃຫ້ພຽງພໍ ແລະ ຖ້າເປັນໄປໄດ້ຄວນຫລີກລ້ຽງເຫຼົ້າ ແລະ ສິ່ງເສບຕິດທຸກຊະນິດ.
  • ໃຊ້ເວລາໃນການກັກຕົວເອງ ແລະ ເຕືອນສະຕິຕົນເອງວ່າ ຄວາມຮູ້ສຶກໃນແງ່ລົບຈະຈາງຫາຍໄປ.  ໃຊ້ເວລາພັກຜ່ອນຈາກການເບິ່ງ, ອ່ານ ຫລື ຟັງເລື່ອງຂ່າວຕ່າງໆ – ມັນອາດຈະເຮັດໃຫ້ຮູ້ສຶກອຸກໃຈທີ່ຈະໄດ້ຍິນກ່ຽວກັບວິກິດນີ້ເລື້ອຍໆ.  ພະຍາຍາມເຮັດກິດຈະກຳອື່ນໆທີ່ທ່ານມັກເພື່ອໃຫ້ສະພາບຈິດໃຈຂອງທ່ານກັບສູ່ພາວະປົກກະຕິ.
  • ຕິດຕໍ່ (ໂທລົມ)ກັບຄົນອື່ນ.  ແບ່ງປັນຄວາມກັງວົນ ແລະ ຄວາມຮູ້ສຶກຂອງທ່ານກັບໝູ່ເພື່ອນ ຫຼື  ສະມາຊິກໃນຄອບຄົວ.
  • ຢຸດການຈຳແນກ ແລະ ຮູ້ຈັກສິດທິຂອງຕົນເອງ:

• ການດູຖູກ ແລະ ການຈຳແນກລັງກຽດ / ການເລືອກປະຕິບັດ ແມ່ນສິ່ງກີດຂວາງຕໍ່ການຕອບສະໜອງຕໍ່ໂຄວິດ COVID-19. 

ບໍ່ວ່າຢູ່ໃສນີ້ແມ່ນເວລາທີ່ມີການຈຳແນກເຊື້ອຊາດ, ການດູຖູກກັນ ແລະ ການແບ່ງແຍກ ສາມາດມີຜົນກະທົບໂດຍກົງຕໍ່ກັບກຸ່ມຜູ້ຖືກຜົນກະທົບຈາກເຊື້ອພະຍາດໂຄວິດ COVID-19 

•ບ່ອນເຮັດວຽກຂອງທ່ານ, ການເຂົ້າເຖິງການເບິ່ງແຍງສຸຂະພາບ ຫຼື ການເຂົ້າເຖິງການສຶກສາ, ສຳລັບທ່ານ ຫຼຶ ລູກໆຂອງທ່ານ ອາດຈະໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໂຄວິດ COVID-19, ຖ້າມີມາດຕະການການອອກຫ່າງຈາກສັງຄົມ ຖືກນຳໃຊ້ໃນຊຸມຊົນຂອງທ່ານ.  ຊອກຮູ້ສິດທິຂອງຕົນເອງ ແລະ ຮັບປະກັນວ່າທ່ານ ແລະ ຊຸມຊົນຂອງທ່ານໄດ້ກຽມພ້ອມຮັບມືກັບສະຖານະການດັ່ງກ່າວ.

 ການຮັກສາ COVID-19

ການຮັກສາໂຄວິດ  COVID-19 ແມ່ນພື້ນທີ່ການຄົ້ນຄວ້າທີ່ມີການເຄື່ອນໄຫວ ແລະ ການທົດລອງທາງຄລີນິກແບບສຸ່ມ ຢ່າງຕໍ່ເນື່ອງເພື່ອທົດສອບວ່າ ຢາຕ້ານໄວຣັດທີ່ໃຊ້ສຳລັບການປິ່ນປົວໂລກເອດ (HIV) ອາດຈະມີປະໂຫຍດໃນການປິ່ນປົວໂຄວິດ COVID-19.  ການປິ່ນປົວທີ່ມີຄວາມເປັນໄປໄດ້ອີກຫລາຍຢ່າງ  ກຳລັງຖືກທົດສອບໃນການທົດລອງພາຍໃຕ້ຄລີນິກທີ່ອອກແບບມາເປັນຢ່າງດີ.  ເນື່ອງຈາກວ່າການທົດລອງເຫລົ່ານັ້ນຍັງບໍ່ທັນສິ້ນສຸດລົງ, ມັນໄວເກີນໄປທີ່ຈະເວົ້າວ່າຢາຕ້ານໄວຣັດ ຫລື ຢາຊະນິດອື່ນມີຜົນໃນການຮັກສາພະຍາດໂຄວິດ COVID-19 ໄດ້.

ສະຖິຕິເຮສໄອວີ/ພະຍາດເອດແລະພະຍາດຕິດຕໍ່ທາງເພດສຳພັນ ໃນທົ່ວໂລກ ແລະ ສປປ ລາວ HIV/AIDS situation in Laos 1990 – 2019

ສະຖິຕິເຮສໄອວີ/ພະຍາດເອດແລະພະຍາດຕິດຕໍ່ທາງເພດສຳພັນ ໃນທົ່ວໂລກ ແລະ ສປປ ລາວ HIV/AIDS situation in Laos 1990 – 2019

ສະຖິຕິເຮສໄອວີໃນທົ່ວໂລກ 2018

ໃນປີ 2018 ມີ 37.9 ລ້ານຄົນຕິດເຊື້ອເຮສໄອວີໃນທົ່ວໂລກ.

  • ໃນປີ 2018 ມີ 23.3 ລ້ານຄົນໄດ້ເຂົ້າເຖິງການປິ່ນປົວດ້ວຍຢາຕ້ານເຊື້ອເຮສໄອວີ
  • ໃນປີ 2018 ມີ 7 ລ້ານຄົນໄດ້ຕິດເຊື້ອເຮສໄອວີໃໝ່.
  • ມີ 770 000 ຄົນຕາຍຍ້ອນພະຍາດເອດໃນປີ 2018.
  • ຕັ້ງແຕ່ເລີ້ມການລະບາດມີ 74.9 ລ້ານຄົນໄດ້ຕິດເຊື້ອເຮສໄອວີ.

ຕັ້ງແຕ່ເລີ້ມແຕ່ການລະບາດມີ 32.0 ຄົນເສັຍຊີວິດຍ້ອນເປັນພະຍາດເອດ

ໃນປີ 2018, ມີ 37.9 ລ້ານຄົນທີ່ຕິດເຊື້ອເຮສໄອວີ.  36.2 ລ້ານຄົນແມ່ນຜູ້ໃຫຍ່.  1.7 ລ້ານຄົນແມ່ນເດັກນ້ອຍ (<15 ປີ). 79% ຂອງຜູ້ຕິດເຊື້ອເຮສໄອວີຮູ້ສະຖານະການຕິດເຊື້ອຂອງພວກເຂົາ.

ຜູ້ຕິດເຊື້ອເຮສໄອວີເຂົ້າເຖິງການປິ່ນປົວດ້ວຍຢາຕ້ານເຊື້ອເຮສໄອວີ

  • ປະມານ 8.1 ລ້ານຄົນບໍ່ຮູ້ຈັກວ່າຕົນເອງໄດ້ຕິດເຊື້ອເຮສໄອວີ
  • ໃນປີ 2018 ມີ 23.3 ຄົນຕິດເຊື້ອເຮສໄອວີໄດ້ເຂົ້າເຖິງການປິ່ນປົວດ້ວຍ
  •       ຢາຕ້ານເຮສໄອວີ, ເພີ່ມຂື້ນ 7.7 ລ້ານຄົນໃນປີ 2010.
  • ໃນປີ 2018 ມີ 62% ຂອງຜູ້ຕິດເຊື້ອເຮສໄອວີທັງໝົດໄດ້ເຂົ້າເຖິງການ
  • ປິ່ນປົວ.62% ຂອງຜູ້ໃຫຍ່ອາຍຸ 15 ປີຂື້ນໄປທີ່ຕິດເຊື້ອເຮສໄອວີໄດ້ຮັບການ
  • ປິ່ນປົວແລະ 54% ແມ່ນເດັກນ້ອຍອາຍຸ 0–14ປີໄດ້ຮັບການປິ່ນປົວ.
  • 68% ຂອງຜູ້ຍິງ ອາຍຸ 15 ປີຂຶ້ນໄປໄດ້ເຂົ້າເຖິງການປິ່ນປົວ, ເຖິງຢາງ
  •       ໃດກໍຕາມມີພຽງແຕ່ 55% ຂອງຜູ້ຊາຍອາຍຸ 15ປີຂື້ນໄປໄດ້ເຂົ້າເຖິງ.
  • ໃນປີ 2018, 82% ຂອງແມ່ຍິງຖືພາທີ່ຕິດເຊື້ອເຮສໄອວີໄດ້ເຂົ້າເຖິງການ
  •       ປິ່ນປົວເພື່ອປ້ອງກັນການສົ່ງເຊື້ອຫາລູກຂອງພວກເຂົາ.

ການຕິດເຊື້ອເຮສໄອວີກໍລະນີໃໝ່

  • ນັບຕັ້ງແຕ່ຈຸດສູງສຸດໃນປີ 1997 ການຕິດເຊື້ອເຮສໄອວີໃໝ່ໄດ້ຫຼຸດລົງ 40%.ໃນປີ 2018, ປະມານ 1.7 ລ້ານໄດ້ຕິດເຊື້ອເຮສໄອວີໃໝ່, ເມື່ອທຽບກັບ 2,9 ລ້ານຄົນໃນປີ 1997.
  • ນັບຕັ້ງແຕ່ປີ 2010, ການຕິດເຊື້ອເຮສໄອວີໃໝ່ໄດ້ຫຼຸດລົງປະມານ 16%, ຈາກ 2,1 ລ້ານຫາ 1,7 ລ້ານ, ໃນປີ 2018.ນັບຕັ້ງແຕ່ປີ 2010, ການຕິດເຊື້ອ HIV ໃຫມ່ໃນບັນດາເດັກນ້ອຍໄດ້ຫຼຸດລົງ, 41% ຈາກ 280.000 ຄົນໃນປີ 2010 ຫາ 160.000 ຄົນ ໃນປີ 2018.

ການເສັຍຊີວິດຍ້ອນເປັນພະຍາດເອດ

ການເສັຍຊີວິດຍ້ອນພະຍາດເອດໄດ້ຫຼຸດລົງຫຼາຍກວ່າ 55%, ເລິິີ້ມຕັ້ງແຕ່ຈຸດສູງສຸດໃນປີ 2004. ໃນປີ 2018 ມີປະມານ 770 000 ຄົນເສັຍຊີວິດຈາກການ, ເປັນພະຍາດເອດໃນທົ່ວໂລກ, ສົມທຽບຈາກ 1.7 ລ້ານຄົນ ໃນປີ 2004 ແລະ 1.2 ລ້ານຄົນໃນປີ 2010. ການເສັຍຊີວິດຍ້ອນພະຍາດເອດໄດ້ຫຼຸດລົງ 33% ຈາກປີ 2010

ແມ່ຍິງ  ໃນທຸກທຸກອາທິດ, ປະມານ 6200 ຍິງໜຸ່ມອາຍຸ 15–24 ປີໄດ້ຕິດເຊື້ອເຮສໄອວີ.

– ໃນທະເລຊາຍຊາຮາຣາ ອາຟຼິກກາ, ສີ່ໃນຫ້າຄົນທີ່ຕິດເຊື້ອເຮສໄອວີ

ໃໝ່ແມ່ນຜູ້ຍິງອາຍຸ 15–19 ປີແລະຍິງໜຸ່ມອາຍຸ 15–24 ປີແມ່ນສອງເທົ່າມີໂອກາດ

ຕິດເຊື້ອເຮສໄອວີຫຼາຍກວ່າຜູ້ຊາຍ. ຫຼາຍກວ່າໜຶ່ງສ່ວນສາມ (35%) ຂອງແມ່ຍິງໃນທົ່ວໂລກແມ່ນມີປະສົບການຄວາມຮຸນແຮງທາງຮ່າງກາຍແລະ/ຫຼືທາງເພດໃນບາງຄັ້ງໃນຊີວິດຂອງພວກເຂົາ.ໃນບາງຂົງເຂດ, ແມ່ຍິງຜູ້ທີ່ມີປະສົບການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍຫຼື ທາງເພດຈາກຄູ່ນອນມີອັດຕາການຕິດເຊື້ອເຮສໄອວີສູງກວ່າຜູ້ທີ່ບໍ່ເຄີຍມີຄວາມຮຸນ ແຮງ 1.5 ເທື່ອ.

ກຸ່ມປະຊາກອນຫຼັກ

ກຸ່ມປະຊາກອນຫຼັກແລະຄູ່ຮ່ວມເພດຂອງພວກເຂົາມີສ່ວນຮ່ວມໃນ:

– 54% ຂອງການຕິດເຊື້ອເຮສໄອວີໃໝ່ໃນທົ່ວໂລກ.

– ຫຼາຍກວ່າ 95% ຂອງການຕິດເຊື້ອເຮສໄອວີໃໝ່ແມ່ນຢູ່ເອີຣົບຕາເວັນອອກແລະອາຊີກາງ.

– 95% ຂອງການຕິດເຊື້ອເຮສໄອວີໃໝ່ໃນຕາເວັນອອກກາງແລະອາຟຣິກາເຫນືອ.

88% ຂອງການຕິດເຊື້ອເຮສໄອວີໃໝ່ໃນຕາເວັນຕົກແລະພາກກາງຂອງເອີຣົບແລະອາເມລິກາເຫນືອ.

78% ຂອງການຕິດເຊື້ອເຮສໄອວີໃໝ່ໃນອາຊີແລະປາຊີຟິກ.

65% ຂອງການຕິດເຊື້ອເຮສໄອວີໃໝ່ໃນອາເມລິກາລາຕິນ.

64% ຂອງການຕິດເຊື້ອເຮສໄອວີໃໝ່ໃນຕາເວັນຕົກແລະພາກກາງຂອງອາຟຣິກກາ.

47% ຂອງການຕິດເຊື້ອເຮສໄອວີໃໝ່ໃນຄາຣີບິນ (Caribbean).

25% ຂອງການຕິດເຊື້ອເຮສໄອວີໃນພາກຕາເວັນອອກແລະພາກໃຕ້ຂອງອາຟຣິກກາ.

ຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີແມ່ນ:

– 22 ເທື່ຶສູງກວ່າໃນກຸ່ມຜູ້ຊາຍທີ່ມີເພດສໍາພັນກັບຜູ້ຊາຍ.

– 22 ເທື່ອສູງກວ່າໃນກຸ່ມຄົນທີ່ສັກຢາເສບຕິດ.

– 21 ເທື່ອສູງກວ່າສຳລັບບໍລິການທາງເພດ.

– 12 ເທື່ອສູງກວ່າສຳລັບແປງເພດ (transgender)

ເຮສໄອວີ/ວັນນະໂລກ HIV/AID and TB ພະຍາດວັນນະໂລກຍັງເປັນສາເຫດສຳຄັນຂອງການເສຍຊີວິດໃນບັນດາຜູ້ທີ່ມີ

ເຊື້ອເຮສໄອວີ.

 ວັນນະໂລກຍັງແມ່ນສາເຫດສໍາຄັນຂອງການເສັຍຊີວິດຈາກພະຍາດເອດປະມານ 1ໃນ 3. ໃນປີ 2017, ຄາດຄະເນຄົນເປັນພະຍາດວັນນະໂລກ 10 ລ້ານຄົນ, ມີປະມານ 9% ແມ່ນຕິດເຊື້ອເຮສໄອວີ, ຜູ້ທີ່ຕິດເຊື້ອເຮສໄອວີທີ່ບໍ່ມີອາການຂອງວັນນະໂລກຈໍາເປັນຕ້ອງມີການປ້ອງກັນວັນນະໂລກ, ຊຶ່ງຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເປັນວັນນະໂລກແລະຫຼຸດຜ່ອນອັດຕາການເສັຍຊີວິດຍ້ອນການ ຊືມເຊື້ອຮ່ວມເຮສໄອວີ/ວັນນະໂລກປະມານ 40%. ຄາດຄະເນປະມານ 49% ຂອງຜູ້ຕິດເຊື້ອເຮສໄອວີແລະເປັນວັນນະໂລກບໍ່ຮູ້ຈັກວ່າຕົນເອງມີການຕິດເຊື້ອຮ່ວມແລະບໍ່ໄດ້ຮັບການປິ່ນປົວ.

ການລົງທຶນ Funding support 

ໃນທ້າຍປີ 2018, 19 ຕື້ໂດລາສະຫະລັດເພື່ອຕອບສະໜອງ ໃນການຕອບໂຕ້ຕໍ່ພະຍາດເອດໃນບັນດາປະເທດທີ່ມີລາຍໄດ້ຕໍ່າແລະປານກາງ. ເກືອບ 1 ຕື້ໜ້ອຍກ່ວາໃນປີ 2017. ປະມານ 56% ຂອງຊັບພະຍາກອນທັງຫມົດສໍາລັບເຮສໄອວີໃນບັນດາປະເທດທີ່ມີລາຍໄດ້ຕໍ່າແລະກາງໃນປີ 2018 ແມ່ນມາຈາກແຫຼ່ງທຶນພາຍໃນປະເທດ. ອົງການຢູແອນເອດຄາດຄະເນວ່າຈະຕ້ອງມີເງິນ 26,2 ຕື້ໂດລາສະຫະລັດໃນການຕອບສະຫນອງເພື່ອການຕອບໂຕ້ຕໍ່ພະຍາດເອດໃນປີ 2020

in Laos PDR.

ສະພາບການພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໃນ ສປປລາວ 6 ເດືອນຕົ້ນປີ 2019

  • ຜູ້ຕິດເຊື້ອເຮສໄອວີ ກໍລະນີທຳອິດ 1990
  • ຜູ້ເປັນເປັນພະຍາດເອດ ກໍລະນີທຳອິດ     1992

ຈຳນວນສະສົມຜູ້ຕິດເຊື້ອເຮສໄອວີແລະເປັນພະຍາດເອດ 1990 – ມິຖຸນາ / 2019

  • ຈຳນວນແຂວງທີ່ລາຍງານ               18
  • ຈຳນວນຕົວຢ່າງເລືອດທີ່ໄດ້ກວດ     882,720
  • ຈຳນວນທີ່ຕິດເຊື້ອເຮສໄອວີ              13,061
  • ຈຳນວນຜູ້ຕິດເຊື້ອຍັງມີຊີວິດ            10,881
  • ຈຳນວນທີ່ ເປັນພະຍາດເອດ             5,593
  • ຈຳນວນທີ່ຕາຍຍ້ອນພະຍາດເອດ      2,222

ວຽກງານການປິ່ນປົວ, ດູແລ-ເບິ່ງແຍງແລະຊ່ວຍເຫຼືອຜູ້ຕິດເຊື້ອເຮສໄອວີ ແລະເປັນພະຍາດເອດ

ຈຳນວນຄົນເຈັບຕິດເຊື້ອເຮສໄອວີໄດ້ຮັບການປິ່ນປົວດ້ວຍຢາ ARV ແຍກຕາມແຂວງເກິດ ແລະສະຖານທີ່ປິ່ນປົວດ້ວຍຢາ ARV ແຕ່ປີ 2003ເຖິງ ມິຖຸນາ 2019

ພະຍາດຕິດຕໍ່ທາງເພດສຳພັນ ຢູ່ ສປປ ລາວ 6 ເດືອນຕົ້ນປີ 2019

  • ຈຳນວແຂວງທີ່ໄດ້ລາຍງານ                18
  • ຈຳນວນທີ່ໄດ້ ພຕພ ທັງໝົດ              203,866
  • ຈຳນວນທີ່ອາການສະແດງຂອງ ພຕພ 11,924

ຈຳນວນສາວບໍລິການ ປີ 2019 ອາຍຸ 15-49 ປີ ທົ່ວປະເທດ ມີ:   14,192 ຄົນ

ຈຳນວນ ຊາຍຮ່ວມເພດກັບຊາຍ ປີ 2019 ທົ່ວປະເທດ ມີ: 37,706 ຄົນ

ຈຳນວນ ຜູ້ສັກຢາເສບຕິດເຂົ້າເສັ້ນເລືອດ ທົວປະເທດ ມີ: 1,666 ຄົນ

ຈຳນວນທີ່ໄດ້ ມີ ພຕພ ທັງໝົດ ທົວປະເທດ 2019 ມີ: 203,866 ຄົນ

ຈຳນວນທີ່ອາການສະແດງອອກ ຂອງ ພຕພ ທົ່ວປະເທດ 2019 ມີ: 11,924 ຄົນ

ຈຳນວນຜູ້ຕິດເຊື້ອ HIV/AIDS ທັງໝົດ ໃນ ສປປລາວ ຈາກ 1990 – 2019 ມີ 12,241 ຄົນ

ລົງທະບຽນກີນຢາ ຕ້ານ 6,908 ຄົນ 64% ເຂົ້າເຖງການບໍລິການ, ໃນ11ສູນປີນປົວ

ຂໍ້ມູນ ຈາກການນຳສະເໜີ ໂດຍ ທ່ານດຣ ຂັນທະນຸວຽງ, ຮອງຫົວໜ້າສູນຕ້ານເອດ ແລະ ພຕພ

ລາຍລະອຽດເພີ້ມເຕີມຕິດຕໍ ສູນຕ້ານເອດແລະພຕພ ຫຼື ສະມາຄົມ ຜູ້ຕິດເຊື້ອເອດ