
ໂຊກສະຕາ ກັບ ສັງຄົມທີ່ຈະເລີນໃຜເປັນຜູ້ກຳໜົດ ?
ພວກເຮົາ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ ຮ່ວມກັບອາສາສະໝັກ ໄດ້ລົງກິດຈະກຳ ຢ້ຽມຢາມ 2 ຄອບຄົວທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ທຸກຍາກອະນາຖາແທ້ຕາມການຊີ້ວັດຂອງແພດໝໍ ແລະ ອາສາສະມັກຂອງພວກເຮົາທີ່ເຮັດວຽກຊ່ວຍເຫຼືອ ຕິດພັນກັບຜູ້ຕິດເຊື້ອຕົວຈິງ.
ຄອບຄົວ 1 ເປັນຄູ່ສອງຜົວເມຍ ພ້ອມລູກນ້ອຍ 9 ເດືອນ ອາໃສ່ຢູ່ຕູບນ້ອຍໆໃນພື້ນທີ່ດິນຂອງແມ່ລ້ຽງ ທັງສອງເຮັດອາຊີບເປັນກຳມະກອນຮັບຈ້າງຫາລາຍໄດ້ປະທັງຊີວິດ. ແລະ ເນື່ອງດ້ວຍສະຖານະການແບບນີ້ ເຂົ້າຂອງທຸກຢ່າງແພງ ວຽກງານກໍບໍ່ແມ່ນຈະຫາໄດ້ງ່າຍ ມີວຽກຫຍັງກໍຕ້ອງເຮັດໄປກ່ອນ ຊື່ງຫຼ້າສຸດໄປຮັບຈ້າງຊ່ວຍວຽກງານກໍ່ສ້າງ ໄດ້ຮັບຄ່າຈ້າງພຽງ 35,000 ຕໍ່ມື້ ພໍມາປະຄອງຊີວິດຄອບຄົວໃຫ້ຢູ່ໄດ້ ຄົນເຮົາຈັ່ງແມ່ນມີໂອກາດ ຄວາມສາມາດ ແລະ ຊັບສົມບັດທີ່ຕ່າງກັນ.
ຄອບຄົວທີ 2 ຜູ້ໄດ້ຮັບຜົນກະທົບຂອງເຮົາ ເປັນເດັກນ້ອຍຊາຍອາຍຸປະມານ 10 ປີ ອາໃສ່ຢູ່ກັບແມ່ຕູ້ ໃນເຮືອນກໍ່ ຮົກຮ້າງ ຍັງສ້າງບໍ່ແລ້ວ ເຂົ້າໄປເບິ່ງພາຍໃນ ຍັງມີດ້ານທີ່ຍັງບໍ່ໄດ້ກໍ່ຝາ ໃຊ້ແຕ່ຜ້າກັ້ງບັງ ບໍ່ມີຫ້ອງນອນ ຫ້ອງນ້ຳ ເປັນພຽງຫ້ອງໂຖງ ກັບຕຽງນອນ ແລະ ເຂົ້າຂອງທີ່ກະຈັດກະຈ່າຍຢູ່ພາຍໃນ ເຊິ່ງແມ່ຕູ້ເລົ່າວ່າ ຕົນເອງກໍເຖົ້າແລ້ວ ບໍ່ມີປັນຍາທີ່ສ້າງສາ ແລະ ບໍ່ຮູ້ຈະຢູ່ໄດ້ຮອດມື້ໄດ ສ່ວນເດັກນ້ອຍຜູ້ເປັນຫຼານຜູ້ຫນ້າສົງສານ ພໍ່ກັບແມ່ຕ້ອງມາຕາຍຈາກ ແມ່ຕາຍຕອນອາຍຸແຕ່ 3 ປີ ສ່ວນພໍ່ຫາກໍຕາຍເມື່ອເດືອນກ່ອນນີ້ເອງ ແລະ ຈາກນັ້ນກໍບໍ່ເຄີຍມີຍາດພີ່ນ້ອງຄົນໃດຖາມຂ່າວເຖິງຫຼານຕົນເອງເລີຍ.
ຫຼານເຄີຍບອກວ່າຢາກໄປບວດຮຽນອາໃສ່ຢູ່ວັດ ແຕ່ໃນສ່ວນຂອງແມ່ຕູ້ກໍຍັງເປັນຫ່ວງ ເພາະອາຍຸຍັງນ້ອຍ ຢ້ານຂາດຢາ ຖ້າຕົນບໍ່ຢູ່ແລ້ວ ຫຼານຈະເປັນແນວໃດ ໃຜຈະເບິ່ງເຂົາຕໍ່ໄປ.ໃນຂະນະທີ່ພວກເຮົານັ່ງສອບຖາມປັນຫາຄອບຄົວ ແລະ ຖາມໄຖເຖິງພໍ່ແມ່ຂອງລາວຢູ່ນັ້ນ ເດັກນ້ອຍຜູ້ນີ້ກໍແອບຮ້ອງໄຫ້ມີນ້ຳຕາໄຫຼອອກມາຢ່າງເຫັນໄດ້ຊັດເຈນ. ບໍ່ແນ່ ລາວອາດຈະອິ່ມເອີບໃຈທີ່ພວກເຮົາເຂົ້າມາຢ້ຽມພ້ອມຂອງຕ້ອນເລັກນ້ອຍ ຫຼືວ່າ ລາວນ້ອຍໃຈກັບໂຊກສະຕາທີ່ພໍ່ແມ່ຝາກໄວ້ໃຫ້ຕັ້ງແຕ່ເກີດກໍບໍ່ຮູ້.
ທຳມະດາໃນສັງຄົມຍ່ອມຈະມີຄວາມເຫຼື່ອມລ້ຳ ບາງຄົນມີກໍມີຈົນເຫຼືອປະມານ ຂະນະທີ່ບາງຄົນ ລົ້ມລຸກຄຸກຄານເທົ່າໃດກໍຍັງບໍ່ມີ ບໍ່ວ່າຈະເປັນ ໂອກາດ ຊັບສົມບັດ ແລະ ສະຕິປັນຍາ ຄວາມສາມາດ ຄົນເຮົາລ້ວນມີບໍ່ເທົ່າກັນ ແຕ່ທັງໝົດນັ້ນ ເຮົາສາມາດປ່ຽນແປງໄດ້ດ້ວຍ ສະຕິປັນຍາຂອງເຮົາ ໂດຍການອາໃສສັງຄົມໃຫ້ຄວາມສຳຄັນ ໃຫ້ຄຸນຄ່າ ເຮົາບໍ່ອາດຈະເລີນໄດ້ດ້ວຍຕົວຄົນດຽວ ເພາະສັງຄົມ ແລະ ທຸກຢ່າງອ້ອມຕົວເຮົາ ມັນເຊື່ອໂຍງ ອາໃສ່ເຊິ່ງກັນແລະ ກັນ ຈຶ່ງກໍ່ໃຫ້ເກີດສີສັນ ຄວາມສຸກ ແລະ ຄວາມຈະເລີນຂຶ້ນໄດ້. ໂຊກຊະຕາ ຊີວິດ ສັງຄົມຂອງທ່ານ ຈະເປັນແນວໃດ ຢູ່ທີ່ທ່ານຈະເປັນຜູ້ກຳນົດແລ້ວ…
ທ່ານສາມາດຕິດຕໍ່ຊ່ວຍເຫຼືອຜູ້ທຸກຍາກອະນາດ ຜູ້ດ້ອຍໂອກາດ ແລະ ຜູ້ຕິດເຊື້ອຮ່ວມກັບພວກເຮົາ ໄດ້ທີ່ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ ບ້ານາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ.