ພວກເຮົາສອງຜົວເມຍ ມີລູກນ້ອຍຄົນຫນຶ່ງ. ຜົວມີອາຊີບຂັບລົດໂດຍສານທາງໄກ ຢູ່ມາມື້ຫນຶ່ງຜົວຂ້າພະເຈົ້າມີອາການເຈັບປ່ວຍອອດໆແອດໆມາໄດ້ສອງປີ ໂດຍທີ່ບໍ່ຮູ້ສາເຫດວ່າເປັນພະຍາດຫຍັງ ປົວດີແລ້ວກໍກັບມາເປັນໃຫມ່ອີກ ປົ່ວຈົນໝົດຕົວ ອາການເຈັບປ່ວຍກະບໍ່ດີຂື້ນ.
ຕາມຄວາມເຊື່ອທ້ອງຖິ່ນ ພວກເຮົາຄິດວ່າ ຄືຈະມີສິ່ງທີ່ເບິ່ງບໍ່ເຫັນເຮັດໃຫ້ຜົວເຈັບປ່ວຍ ພວກເຮົາເລີຍໄປຫາຫມໍດູ ແຕ່ເພີ່ນບອກວ່າບໍ່ມີຫຍັງເຮັດໄຫ້ ເມື່ອໄດ້ຍິນເພີ່ນເວົ້າແບບນັັ້ນກໍຍັງຄິດບໍ່ອອກວ່າແມ່ນຫຍັງຄືສາເຫດເຮັດໃຫ້ເຈັບປ່ວຍຢູ່ບໍ່ເຊົາ.
ຫຼັງຈາກນັ້ນ ທ່ານຫມໍກໍ່ໄດ້ໃຫ້ຂໍ້ມູນ ຄວາມຮູ້ ແລະ ຄຳແນະນຳຕ່າງໆ ກ່ຽວກັບເຮສໄອວິແກ່ພວກເຮົາສອງຜົວເມຍ ພ້ອມກັບບອກວ່າ ເລື່ອງນີ້ຈະເກັບເປັນຄວາມລັບຈະບໍ່ໃຫ້ຄົນອື່ນຮູ້ ແຕ່ໃນເວລານັ້ນສິ່ງທີ່ຄິດ ແລະ ກັງວົນໃຈທີ່ສຸດແມ່ນເລື່ອງ ລູກນ້ອຍ 1 ປີ 8 ເດືອນ ທີ່ກິນນົມແມ່ຕັ້ງແຕ່ເກີດ. ບໍ່ກ້າ ! ຢ້ານຜົນກວດລູກຈະອອກມາເປັນບວກຄືກັນ.
ທ່ານຫມໍຍັງໄດ້ແນະນຳໄຫ້ໄປລວມກຸ່ມຜູ້ຕິດເຊື້ອ ເມື່ອໄດ້ໄປລວມກຸ່ມ ໄດ້ຮູ້ ໄດ້ເຫັນຄົນອື່ນໆທີ່ຕິດເຊື້ອຫຼາຍຄົນ ບໍ່ມີສະເພາະແຕ່ເຮົາຕິດ ຈຶ່ງເຮັດໃຫ້ສະບາຍໃຈຂຶ້ນ. ຈາກນັ້ນຈຶ່ງໄດລົງມາປິ່ນປົວຢູ່ໂຮງຫມໍແຫ່ງຫນື່ງ ໃນນະຄອນຫລວງວຽງຈັນ ອາການທີ່ປ່ວຍກະເລີ່ມດີຂຶ້ນເປັນລຳດັບ ນອນຢູ່ໂຮງຫມໍປະມານ 45 ວັນ ບໍ່ມີໝູ່ ບໍ່ມີພີ່ນ້ອງ ບໍ່ມີໃຜໄປຫາເລີຍ.
ຄວາມດີໃຈແປບດຽວກໍ່ຫາຍໄປ ເມື່ອໄດ້ຍີນຄວາມເວົ້າທີ່ນ້ອງສາວເວົ້າ ມັນກ້ອງຢູ່ໃນຫົວ ຄຳເວົ້າທີ່ນ້ອງສາວເວົ້າອອກມາແບບນັ້ນຈັ່ງແມ່ນຖີ້ມແທ້ງຫົວໃຈ ເຫມືອນກັບວ່າຕົນເອງຊົ່ວຮ້າຍທີ່ສຸດໃນຊີວິດ. ຕອນນັ້ນຄື ມືດໄປຫມົດທຸກດ້ານ ສົງໄສວ່າ ເປັນຫຍັງຄວາມລັບຈຶ່ງເປີດ ຍ້ອນແພດຫມໍເປັນຄົນບອກບໍ່ ? ຕອນຊິກວດເລືອດ ທ່ານຫມໍຄືວ່າ ທຸກຢ່າງຈະປິດເປັນຄວາມລັບ ຕົນເອງກໍ່ຄິດວ່າ ຈະບໍ່ມີໃຜຮູ້ ນອກຈາກ ທ່ານໝໍ ແລະ ຕົນເອງ.
ເມືອເລື່ອງມັນແດງປານນັ້ນແລ້ວ ພວກເຮົາ ບໍ່ມີທາງເລືອກ ໄດ້ແຕ່ຍອມຮັບມັນ ແລ້ວໄດ້ປືກສາກັບ ທ່ານໝໍ ເພື່ອຫາມື້ ຫາເວລາອອກໂຮງໝໍ ຕົນເອງຂໍກັບບ້ານເວລາ 9 ໂມງກາງຄືນ ເພື່ອໄປພັກຢູ່ເຮືອນພີ່ນ້ອງກ່ອນ. ເຊົ້າມື້ຕໍ່ມາຈຶ່ງເດີນທາງເຂົ້າບ້ານ ເມື່ອໄປຮອດມີແຕ່ຄົນເບິ່ງຫນ້າຄືກັບຄົນແປກຫນ້າບໍ່ມີໃຜເວົ້ານຳ ຄົນພາຍໃນຄອບຄົວຍັງບໍ່ມີໃຜເຂົ້າໃຈຍ້ອນເຂົາບໍ່ຮູ້ຂໍ້ມູນ ສ່ວນຜູ້ເປັນລູກເມືອເຫັນຫນ້າແມ່ ລູກບອກວ່າມື້ນີ້ລູກບໍ່ນອນນຳແມ່ເດີ ເຮົາຢ້ານຕິດເອດນຳແມ່ ເວລານັ້ນຄິດຫຍັງບໍ່ອອກບໍ່ຮູ້ຊິໄຫ້ ຫຼື ຮ້າຍກັບລູກ ແລະ ທຳອິດ ບໍ່ຮູ້ຊິໃຫ້ຂໍ້ມູນລູກແນວໃດ ມື້ຕໍ່ມາເມື່ອຕັ້ງສະຕິໄດ້ແລ້ວຈຶ່ງອະທິບາຍໃຫ້ລູກເຂົ້າໃຈ.
ແຕ່ບໍ່ເປັນດັ່ງຄິດ ຄົນໃນຊຸມຊົນຍັງບໍ່ຍອມຮັບ ແລະ ຍັງມີການຈຳແນກລັງກຽດສູງຫລາຍ ຜົວຖືກຊາວບ້ານໄລ່ອອກຈາກບ້ານ ແລະ ຖືກໄລ່ອອກຈາກວຽກ ຍ້ອນຫົວຫນ້າ ແລະ ເພື່ອນຮ່ວມງານຮູ້ວ່າ ຕິດເຊື້ອເອດ ຕອນນັ້ນຄອບຄົວມີຄວາມຫຍຸ້ງຍາກຫຼາຍ ຈິດໃຈກໍ່ເສົ້າໝອງ ການດຳລົງຊີວິດມີຄວາມຍຸ້ງຍາກ ອົດບໍ່ໄດ້ ຈຶ່ງໄປຂໍຄຳປຶກສາກັບທ່ານໝໍ ແລະ ໂຄງການທີ່ກ່ຽວຂ້ອງ ເຮັດແນວໃດເພື່ອບໍ່ໃຫ້ຄົນອື່ນທີ່ຖືກຜົນກະທົບຄືກັບຄອບຄົວຂອງພວກເຮົາ. ແຕ່ສິ່ງທີຍັງກັງວົນຫຼາຍໃນທຸກມື້ນີ້ແມ່ນບ່ອນທີ່ຜົວເຮັດວຽກຢູ່ບັດຈຸບັນ ຖ້າເຂົາຫາກຮູ້ວ່າເຮົາຕິດເຊື້ອ ຊິເກີດຫຍັງຂຶ້ນອີກ.