Keo dreams of a better future

Keo dreams of a better future

Keo is 18 years old and studying in his 4th year in lower secondary school. Keo started primary school late as he was not in good health and lives with HIV since he was born. His friends have already finished upper secondary school, but Keo does not give up and continues to study with his classmates who are younger than himself.

Keo comes from a small ethnic community in the mountainous area of Namtha district, Luang Namtha province – a northern province of Laos. He was too young to remember his parent and learned about them from relatives. Before his parent got married, Keo’s mother – a young woman who can’t read or write went town to work in a bar for somewhile before coming back to settle down. His parent looked forward to starting a family and they were so happy when he was born. They called him Keo – their precious jewel. Unfortunately, their happiness was short-lived. Few years later, his mother’s health deteriorated. She died from AIDS when he was five years old. Later his father also succumbed to AIDS.

Keo’s grandmother took care of the orphan boy living with HIV for more than 10 years. Keo’s grandmother was not well off. She had a hard life and had to farm for a living.  She loved her grandson and tried her best to give him an education. Keo wanted to be a mechanic. Before his grandmother passed away, she spoke to the Provincial Self-help Group Leader about her concerns. “I don’t want to die yet because I have an obligation. Keo is still young. I want him to study and earn a living. Keo’s mother didn’t have an opportunity to study”, said grandmother.

Sadly, Keo’s grandmother passed away when he was sixteen and Keo went to live with her relative. However, it is not easy for the relative to take care of another child as they can barely earn a living to feed the family. Keo’s chances of completing high school was quite dim unless he receives more support.

It was then the Association for People Living with HIV and AIDS (APL+) stepped in. APL+ has been helping improve the lives of vulnerable children through the small fund scheme for AIDS affected orphans which also include providing social support. To help Keo, APL+ decided to approach the education officials to request a school grant for him to study at the Ethnic Boarding School. Luckily, Keo is now studying at the boarding school which provides two meals per day, lodging, and some educational materials. APL+ provides Keo with the additional meal – breakfast, a school uniform and other miscellaneous expenses.

With support from APL+ and the education grant he received, Keo has an opportunity to complete his lower secondary education in the 2022-2023 semester. “I dream of going to a vocational training school after completing lower secondary education. My hobby is gardening but I want to be a mechanic” said Keo. While he can be content that he can complete his 4th year at secondar school, the future is still uncertain for Keo as he needs funds to further continue his study. At present, APL+ has no funds available to help him get vocational training.

Thus, after completing lower secondary school, Keo will probably go back to his community and find work for a living. He will have to let go of his dream. Unskilled, it is likely he will end up working as a laborer – somewhere in a rubber plantation like most of his friends.

APL+ together with CHAS went to work in the field

APL+ together with CHAS went to work in the field

To monitor and evaluate the quality and quantity of the elimination of HIV /AIDS, including the promotion and care of those affected to access health services and accurate information.
 
We are the team in charge of the project from the Association of People living with HIV/AIDS. The monitoring and evaluation expert from the CHAS of the Ministry of Health went to work in the field and visited the affected communities in Luang Prabang and Xayabouly provinces.
 
On this occasion, the experts encouraged and share the method of collecting data on infected people, filling data into the online platform. in addition, we also visited the community of the affected families of 3 families to give them some rice, dry food, and some household items under the grant from the Global Fund..#aplpluslao #CHAS #theglobalfund APLPlusLaos ສູນຕ້ານເອດ ແລະ ພຕພ
ປະຊຸມປະຈຳເດືອນທ້າຍປີ

ປະຊຸມປະຈຳເດືອນທ້າຍປີ

ມື້ນີ້ ທີ່ຫ້ອງປະຊຸມ APLPlusLaos ຄະນະຮັບຜິດຊອບໂຄງການ ພ້ອມດ້ວຍອາສາສະມັກຊຸມຊົນປະຈຳໂຮງໝໍຫຼາຍກວ່າ 10 ແຂວງ ທົ່ວປະເທດ ແລະ ນັກສຶກສາຝຶກງານ ຮ່ວມກັນປະຊຸມປະຈຳເດືອນແບບເຊິ່ງຫນ້າ ແລະ ອອນໄລນ໌ ເພື່ອທົບທວນ ແລກປ່ຽນ ວຽກງານຕ້ານ ແລະ ສະກັດກັ້ນ ຄວາມສ່ຽງການຕິດເຊື້ອເຮສໄອວີ,ການດູແລຕົວເອງ ແລະ ການເຂົ້າເຖິງຢາຢ່າງຕໍ່ເນື່ອງຂອງຜູ້ຕິດເຊື້ອໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.
ຕະຫຼອດໄລະຍະທີ່ຜ່ານມາ ເຖິງປັດຈຸບັນ ປັນຫາການຕິດເຊື້ອເຮສໄອວີ ແລະ ການແຜ່ລະບາດຂອງໂຄວິດ-19 ຍັງຄົງເປັນໄພຄຸກຄາມຕໍ່ຊີວິດຂອງປະຊາຊົນ. ແລະ ພວກເຮົາກໍຍັງຄົງມຸ່ງໝັ້ນຕໍໍ່ພັນທະກິດເພື່ອສຸຂະພາບ ແລະ ຊີວິດຄວາມເປັນຢູ່ ຂອງຊຸມຊົນ ສະມາຊິກ ແລະ ຜູ້ທີ່ອ່ອນແອ່ກວ່າ ໂດຍສະເພາະ ສຸຂະພາບຂອງຜູ້ຕິດເຊື້ອເຮສໄອວີ/ເອດ ທີ່ທຸກຍາກ ຫ່າງໄກ ສະຖານສາທາລະນະສຸກ ແລະ ຫ່າງໄກຂໍ້ມູນຂ່າວສານ.
ຂອບໃຈ ຄະນະຮັບຜິດຊອບໂຄງການ,ພະນັກງານ ແພດໝໍ ແລະ ອາສາສະມັກທຸກຄົນທີຮ່ວມກັນປະກອບສ່ວນເຂົ້າໃນວຽກງານນີ້ຢ່າງຈິ່ງຈັງເພື່ອໃຫ້ໄດ້ສັງຄົມໃນອຸດົມຄະຕິດັ່ງທີ່ພວກເຮົາວາດໄວ້ຕໍ່ໄປ.. #aplpluslaos #C19RM #meeting
ນັກສຶກສາ ຝຶກງານທີ່ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ

ນັກສຶກສາ ຝຶກງານທີ່ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ

ການສຶກສາຫຼໍ່ລອມໃຫ້ເຮົາຈະເລີນໄດ້ ໃນໂລກນີ້ມີຫຼາຍສິ່ງຫຼາຍຢ່າງທີຫນ້າສົນໃຈ ແລະ ເຊື່ອມໂຍງກັນ ພະອາທິດ ແສງແດດ ຕົ້ນໄມ້ ແມ່ນ້ຳ ຄົນບ້ານນອກ ແລະ ຄົນໃນເມືອງ ແມ່ນອາໃສເຊິ່ງກັນແລະກັນ ການສຶກສາບໍ່ໄດ້ຈຳກັດແຕ່ບ່ອນດ່ຽວ ຫຼື ເລື່ອງດຽວເທົ່ານັ້ນ ບໍ່ວ່າເຮົາຈະຢູ່ໃສ່ ອາຍຸເທົ່າໃດ ເຮົາຕ້ອງມີຈິດໃຈມັກການຟັງ ການອ່ານ ກາານຄົ້ນຄວ້າ ແລະ ຝັກໄຝ່ການສຶກສາຢູ່ຕະຫຼອດເວລາ.ເຮົາຈະເຫັນໄດ້ວ່າ ປະເທດທີ່ຈະເລີນ ເພາະປະຊາຄົນຂອງເຂົາ ເອົາການສຶກສາເປັນເລື່ອງສຳຄັນ ໂດຍ ການຄົ້ນຄວ້າ ວິໄຈ ເພື່ອການພັດທະນາຢ່າງບໍ່ຢຸດຢັ້ງ ຈຶ່ງເກີດມີວີທີການ ນະວັດຕະກຳໃຫມ່ໆ ຈົນເຮັດໃຫ້ປະຊາຊົນຢູ່ດີກິນດີ ສະດວກສະບາຍຂຶ້ນໄດ້.
 
 
ການສຶກສາ ແນວຄິດ ແລະ ວິທີການດີໆສາມາດເກີດຂຶ້ນໄດ້ທຸກເມື່ອ ບໍ່ວ່າຈະເປັນບ່ອນເຮັດວຽກ ອົງການຈັດຕັ້ງສັງຄົມ ສະມາຄົມ ຫຼື ສະຖານທີ່ອື່ນໆ. ໃນສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ (apl+) ຊຶ່ງເປັນອົງການຈັດຕັ້ງສົງຄົມໜຶ່ງ ເຄື່ອນໄຫວວຽກງານສົ່ງເສີມດ້ານສຸກຂະພາບ.ນອກຈາກ ຈະເປັນສະຖານທີ່ເຮັດວຽກ ເປັນຫ້ອງປະຊຸມ ຍັງເປັນສະຖານທີ່ສຶກສາ ຖານທີ່ອົບຮົມ ກັບຄູ່ຮ່ວມງານ ພະນັກງານ ນັກສຶກສາຝຶກງານ ແລະ ແຂກ ທີ່ຜ່ານເຂົ້າມາພົວພັນ ແລກປ່ຽນ ຮຽນຮູ້ນຳກັນຄັ້ງແລ້ວຄັ້ງອີກ.
 
 
ແລະ ໃນພາກເຊົ້າຂອງມື້ນີ້ ພະນັກງານ ພວກເຮົາ APLPlusLaos ຮູ້ສຶກຍິນດີຫຼາຍ ທີ່ໄດ້ແລກປ່ຽນ ແບ່ງປັນບົດຮຽນວຽກງານໂຄງການ ການລົງຊຸມຊົນ ແລະ ວິທີການຮັບມືກັບສະຖານນະການຕ່າງໆ ກັບນັກສຶກສາຝຶກງານ ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ຈາກມະຫາວິທະຍາໄລແຫ່ງຊາດລາວ. ຫວັງຢ່າງຍິ່ງວ່າ ສິ່ງທີ່ພວກເຮົາແລກປ່ຽນ ເຖິງຈະບໍ່ຫຼາຍ ແຕ່ປະກອບດ້ວຍຄວາມຕັ້ງໃຈດີຂອງທ່ານ ຈະເປັນສ່ວນໜຶ່ງຈຸດປະກາຍຄວາມຮູ້ ສູ່ຄວາມເປັນໄປໄດ້ທີ່ຍິ່ງໃຫຍ່ຕໍ່ໄປ.#aplpluslaos.
ການຕໍ່ສູ້ກັບເຊື້ອເຮສໄອວີຂອງນາງນ້ອຍ

ການຕໍ່ສູ້ກັບເຊື້ອເຮສໄອວີຂອງນາງນ້ອຍ

ນາງນ້ອຍ (ຊື່ຫຼີ້ນ) ອາຍຸ 13 ປີ ມີຊີວິດຢູ່ກັບເຊື້ອເຮສໄອວີ. ນາງອາໄສຢູ່ບ້ານແຫ່ງໜື່ງບໍ່ໄກຈາກສູນປິ່ນປົວຂອງແຂວງຫຼວງນໍ້າທາປານໃດ. ຕອນອາຍຸໄດ້ 4 ເດືອນນາງເລີ່ມມີປັນຫາສຸຂະພາບ ອາຍຸ 6 ເດືອນ ພົບວ່າຕິດເຊື້ອເຮສໄອວີ.
ແມ່ທອງຄຳ(ຊື່ສົມມຸດ) ຫົວຫນ້າກຸ່ມຊ່ວຍເຫຼືອດດູແລຕົນເອງ ຫຼື ອາສາສະໝັກຕົວຫຼັກທີ່ດຳລົງຊີວິດຢູ່ກັບເຊື້ອເຮສໄອວີ ເຮັດວຽກຢູ່ຈຸດຈ່າຍຢາຊ່ວຍທ່ານໝໍ ແລະ ຍັງເປັນຜູ້ໃຫ້ຄຳປຶກສາ ຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີປະຈຳໂຮງໝໍແຂວງຫຼວງນ້ຳທາ ກ່າວວ່າ “ຖ້າບໍ່ມີທ່ານໝໍຜູ້ຊຽວຊານເລື່ອງພະຍາດເອດ ຈາກໂຄງການແພດໄຮ້ພົມແດນຂອງປະເທດໄທ ພວກເຮົາຄົງຈະບໍ່ເຫັນນາງນ້ອຍເຕີບໃຫຍ່ເປັນໄລລຸ້ນໄດ້.
ຕອນນັ້ນ ທ່ານໝໍຊຽວຊານພະຍາດເອດໄດ້ແນະນຳໃຫ້ທ່ານໝໍຄົນລາວປິ່ນປົວອາການຕິດເຊື້ອຂອງນາງທັນທີ່ ເຖິງແມ່ນວ່າ ຜົນກວດຈະຍັງເປັນລົບກໍຕາມ.ສອງເດືອນຕໍ່ມານາງໄດ້ເຂົ້າກວດອິີກເທື່ອໜຶ່ງຈຶ່ງພົບວ່າຕິດເຊື້ອເຮສໄອວີ ເໝືອນແມ່ຂອງນາງ.
ຈັ່ງແມ່ນຫນ້າເສົ້າໃຈ. ແມ່ຂອງນາງນ້ອຍຢ່າຮ້າງກັບຜົວ ແລ້ວກັບໄປຢູ່ບ້ານເກີດຢູ່ແຂວງອຸດົມໄຊ, ປະນາງໄວ້ກັບພໍ່ ຕອນທີີ່ນາງອາຍຸໄດ້ພຽງສອງປີ ແລ້ວ ສອງປີ ຫຼັງຈາກນັ້ນແມ່ຂອງນາງກໍເສຍຊີວິດລົງເພາະພະຍາດເອດ.
ຊີວິດໄວລຸ້ນຂອງນາງນ້ອຍປະເຊີນກັບຄວາມທ້າທາຍຫຼາຍຢ່າງ. ຕອນນັ້ນ ພໍ່ນາງຄົງຄິດວ່າໄດ້ດູແລເອົາໃຈໃສ່ລູກສາວຂອງລາວດີພໍ ໂດຍການຊ່ວຍເຫຼືອ ແລະ ໃຫ້ໂອກາດລູກໄດ້ຮຽນໜັງສຶໃນລະດັບທີ່ສູງກວ່າປະຖົມສຶກສາ. ຢ່າງໃດກໍຕາມ, ນາງບໍ່ໄດ້ເຕີບໃຫຍ່ຢູ່ໃນສະພາບແວດລ້ອມທີ່ເອື້ອອຳນວຍ. ເນື່ອງຈາກທັງພໍ່ ແລະ ພໍ່ຕູ້ຂອງນາງຕິດຢາເສບຕິດ ຜູ້ເປັນພໍ່ບໍ່ມີອາຊີບທີ່ແນ່ນອນ ແຖມຍັງຄ້າຂາຍ ແລະ ເສບຢາເສບຕິດ ສຸດທ້າຍກໍລົງເອີຍຊີວິດດ້ວຍການຕິດຄຸກ.
ຕອນນີ້ນາງນ້ອຍອາໄສຢູ່ກັບພໍ່ຕູ້ທີ່ບໍ່ມີອາຊີບທີ່ແນ່ນອນເຫມືອນກັນ ຫາເຮັດວຽກຮັບຈ້າງບ່ອນຫັ້ນບ່ອນນີ້ ແລະ ເນື່ອງຈາກພໍ່ຕູ້ກໍຕິດຢາ ນາງຈຶ່ງບໍ່ໄດ້ຮັບການດູແລເອົາໃຈໃສດີຕະຫຼອດ, ນາງນ້ອຍກ່າວພ້ອມທັງນໍ້າຕາທີ່ໄຫຼອາບຫນ້າວ່າ: “ບາງເທື່ອຂ້ອຍບໍ່ມີຮອດເຂົ້າກີນ. ຂ້ອຍຕ້ອງດຳລົງຊີວິດຢູ່ໂດຍການອົດອາຫານຮອດສອງມື້ ດື່ມແຕ່ນ້ຳເພື່ອປະທັງຊີວິດ.” ຈັ່ງແມ່ນໂຊກຮ້າຍ ເຄືອຂາຍສະວັດດີການທາງສັງຄົມພາຍໃນປະເທດກໍຍັງຢູ່ໄລະຍະເລີ່ມຕົ້ນ ຈຶ່ງເຮັດໃຫ້ທາງການແຂວງບໍ່ສາມາດຈັດການປັນຫາເດັກກຳພ້າໄດ້.
ຈາກການປະເຊີນໜ້າກັບປັນຫາຂອງນາງ ເຊິ່ງເປັນເວລາ 5 ປີແລ້ວ ທີ່ນາງໄດ້ຮັບການສະໜັບສະໜູນ ຈາກສະມາຄົມເຄືອຂ່າຍຜູ້ເຊື້ອເຮສໄອວີເອດ (APL+) ເຊິ່ງເປັນທຶນຊ່ວຍເຫຼືອຂະນາດນ້ອຍຈາກກອງທຶນໂລກເພື່ອເດັກນ້ອຍກຳພ້າທຸກຍາກອະນາຖາ. ປະຈຸບັນນີ້ ນາງກຳລັງສຶກສາຢູ່ໂຮງຮຽນມັດທະຍົມຕອນຕົ້ນປີທີໜຶ່ງ. ນາງເກັ່ງພາສາລາວຫຼາຍ ແລະ ເປັນຍັງວິຊາທີ່ນາງມັກ.
ແມ່ທອງຄຳ ເວົ້າວ່າ “ນາງນ້ອຍໄດ້ຮັບເງິນຊ່ວຍເຫຼືອຈາກໂຄງການ ຈາກທາງ ສຄອ\APL+ 200,000 ກີບ ຫຼື ປະມານ 12 ໂດລາທຸກໆສາມເດືອນ. ເງິນທັງໝົດໃຊ້ຊື້ອຸປະກອນການສຶກສາ, ເຄື່ອງນຸ່ງໄປໂຮງຮຽນ ແລະ ບາງເທື່ອກໍຊື້ເຂົ້າສານ, ສະບູ, ເຄື່ອງໃຊ້ສ່ວນຕົວ ແລະ ອື່ນໆ. ແມ່ທອງຄຳກ່າວວ່າ: 200,000 ກີບ ຕໍ່ສາມເດືອນແມ່ນບໍ່ພຽງພໍ. ບາງເທື່ອ ຂ້ອຍຈຶ່ງເອົາເຂົ້າ, ເຄື່ອງມືສອງ ແລະ ເງີນໃຫ້ອີກ ເມື່ອນາງມາຂໍຄວາມຊ່ວຍເຫຼື່ອຮອດເຮືອນ”.
ແມ່ທອງຄຳມີຄວາມເປັນຫ່ວງນຳນາງນ້ອຍ ທີ່ເລີ່ມໃຫຍ່ເປັນສາວແລ້ວ ຍັງອາໄສຢູ່ກັບພໍ່ຕູ້ທີ່ຕິດຢາ. ດັ່ງນັ້ນ, APL+ ຈຶ່ງໄດ້ປະສານງານກັບພະແນກສຶກສາທິການແຂວງ ຊ່ວຍນາງເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າໄດ້ສຳເລັດ. ແນວໃດກໍຕາມ,ໃນປີນີ້ APL+ ຈະຕ້ອງຈ່າຍຄ່າເທີມໂດຍໃຊ້ເງິນຊ່ວຍເຫຼືອຈາກກອງທຶນໂລກເນື່ອງຈາກສົກຮຽນໃຫມ່ເລີ່ມເປີດແລ້ວ ແຕ່ພວກເຮົາບໍ່ມີທຶນຊ່ວຍເຫຼືອໃດເຫຼືອຢູ່. ໂຊກດີແດ່ ປີຫນ້າ ນາງຈະໄດ້ຮັບທຶນການສຶກສາໜຶ່ງ…APL+ ດີໃຈຫຼາຍ ທີ່ທຶນການສຶກສານີ້ຈະຊ່ວຍໃຫ້ນາງສຳເລັດຊັ້ນມັດທະຍົມສຶກສາຕອນຕົ້ນໄດ້
ເຖິງການສຶກສາຂອງນາງຈະໄດ້ຮັບການເບິ່ງແຍງ ປັດຈຸູບັນ APL+ ແລະ ທ່ານໝໍຍັງໄດ້ເອົາໃຈໃສ່ກັບປັນຫາສຸຂະພາບຂອງນາງ. ເບິ່ງຈາກພາຍນອກ ນາງກໍຄືກັບສາວນ້ອຍໄວລຸ້ນທົ່ວໄປ ແຕ່ທ່ານໝໍຈະເປັນຫ່ວງເພາະລະດັບເຊື້ອໄວຣັສໃນເລືອດທີ່ສູງ. ໝໍກ່າວວ່າເຊື້ອໄວຣັສກຳລັງຂະຫຍາຍຕົວ ຄວາມເອົາໃຈໃສ ດູແລຮັກສາຂອງນາງກໍບໍ່ຄ່ອຍດີປານໃດ. ເພື່ອປ້ອງກັນລະດັບເຊື້ອໄວຣັສໃຫ້ຫລຸດລົງ ນາງອາດຈະຕ້ອງເລີ່ມເຂົ້າຮັບການປິ່ນປົວຂັ້ນທີສອງໄວໆນີ້
ທ່ານໝໍທຸກຄົນ ພະຍາຍາມຢ່າງດີທີ່ສຸດ ເພື່ອຊ່ວຍນາງເອົາຊະນະສົງຄາມການຕໍ່ສູ້ກັບເຊື້ອເຮສໄອວີ ເໝືອນທີ່ນາງຕໍ່ສູ້ວິກິດສຸຂະພາບນີ້. ສ່ວນ APL+ ກໍຍັງສືບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາທ່ານໝໍເພື່ອຊ່ວຍນາງຜ່ານຜ່າທຸກໆປັນຫາທີ່ນາງກຳລັງປະເຊີນຕະຫລອດຊີວິດໄວຫນຸ່ມ.
__________________________________________
Noy’s battle against HIV
13 years old Noy (nickname) is living with HIV. She lives in a village not far from the Antiretroviral Treatment (ART) clinic of Luang Namtha province. Noy was only 4 months old when she started to have health problems and at six months she was diagnosed with HIV.
“If there was no AIDS specialist from the Doctors Without Borders of Thailand, we will not see Noy grow up to be a teen,” said Thongkham, the Provincial Self-Help Group Leader/volunteer living with HIV working at the ART site. At that time, the AIDS specialist advised the Lao doctors to treat Noy immediately for HIV – even though her result was negative. Two months later she was tested again and Noy was diagnosed with HIV – like her parent.
Sadly, Noy’s mother separated from her husband and returned to her hometown in Oudomxay province, leaving the two-year-old toddler with her father. Two years later Noy’s mother died from AIDS.
Noy continues to face many challenges in her young life. Noy’s father thought he was taking adequate care of his young daughter by giving her a chance to study beyond compulsory primary education. However, Noy is growing up in an unfavorable environment as both her father and grandfather are amphetamine addicts. Noy’s father has no permanent job, uses and sells drugs, and ended up in prison.
Noy is now living with her grandfather who is doing odd jobs here and there. Due to his drug addiction, Noy is not always his primary concern. “I sometimes have no food to eat. I had to go without food for two days with only water to keep me going” said Noy with tears in her eyes. Unfortunately, the social safety net in the country is still in the infancy stage which is why the province is not able to address the issues confronting orphan children.
Due to the challenges Noy is facing, she has been receiving support from the Association for People living with HIV (APL+) for the past 5 years through a small grant for orphans supported by the Global
Fund. Noy is now studying in her first year at a lower secondary school. She is good at the Lao language which is also her favorite subject.
She gets 200,000 kips or about US$12 every three months from APL+. The amount is used to buy education materials, school uniforms, and sometimes to buy rice, soap, personal hygiene materials, etc. “200,000 kips per three months is not enough. This is why I always give her some rice, second-hand clothes, and additional cash when Noy comes to my house asking for help” said Thongkham.
Thongkham was concerned for Noy – a teenager living with her grandfather who is addicted to amphetamine. Hence, APL+ coordinated with the Provincial Education Department and successfully got her into the Ethical Boarding School. However, this year APL+ will have to pay for her schooling using the Global Fund
grant as the academic year has already started and there was no scholarship left. Luckily, next year she will get one. APL+ is happy for Noy as this will ensure she has the opportunity to complete her
secondary education.
With her education taken care of, APL+ and the doctors are now more concerned about her health. From her appearance, Noy looks like a normal teenager but doctors are worried about her high viral load. The doctors said that the virus is growing and her treatment is not working well. To suppress her viral load, she may need to start the second ART regime soon. The doctors are trying to help Noy win the war against HIV as she battles with this health crisis. APL+ is also working closely with the doctors to help Noy overcomes the many hurdles she is facing in her young life.
________________________
ຕິດຕາມເລື່ອງລາວ,ສາລະຄວາມຮູ້, ຂ່າວກິດຈະກຳ ເພີ່ມເຕີມໄດ້ທີ
Follow us more at : APLPlusLaos
Website : www.aidlao.org
ຜູ້ຕິດເຊື້ອກັບໂຄງການບັນເທົາທຸກ.

ຜູ້ຕິດເຊື້ອກັບໂຄງການບັນເທົາທຸກ.

ຮ່າງກາຍເຊິ່ງເປັນເໝືອນຮັງຂອງພະຍາດ ທຸກຄົນເກີດມາ ຈະຕ້ອງເປັນພະຍາດໃດໜຶ່ງ ບໍ່ມື້ໃດກໍມື້ໜຶ່ງ ບໍ່ແນ່ເຮົາອາດຈະມີພະຍາດ ຫຼື ເຊື້ອໂຣກໃດໜຶ່ງຢູ່ແລ້ວ ທີ່ເຮົາຍັງແຂງແຮງດີຢູ່ກໍເພາະອາໃສ ອາຫານ ອາກາດ ອາລົມ ທີ່ຊ່ວຍເປັນພູ້ມຄຸ້ມກັນທີ່ດີໃນຮ່າງກາຍ.
 
ສ່ວນຄົນທີ່ຕິດເຊື້ອເຮສໄອວີ ເຖິງຈະມີອາຫານ ອາກາດ ອາລົມທີ່ດີ ກໍຈະບໍ່ແຮງແຮງເທົ່າຄົນອື່ນ ເພາະເຊື້ອໄວຣັສທີ່ຝັ່ງຢູ່ ມັນຈະຄ່ອຍທຳຮ້າຍເມັດເລືອດຂາວ ທີ່່ເຮັດໜ້າທີ່ເປັນພູມຄຸ້ມກັນໃນຮ່າງກາຍ.
 
ດັ່ງນັ້ນ,ຄົນທີ່ມີເຊື້ອເຮສໄອວີຈຶ່ງຈຳເປັນຕ້ອງກິນຢາຕ້ານໃຫ້ກົງເວລາທຸກມື້ ແລະ ຕະຫຼອດຊີວິດ ເພື່ອກົດເຊື້ອໄວຣັສບໍ່ໃຫ້ຂະຍາຍຕົວ ຈົນປະລິນມານເຊື້ອເຮສໄອວີໃນກະແສ່ເລືອດຕ່ຳ (Viral Load) ຈຶ່ງຈະແຂງແຮງເໝືອນຄົນທົ່ວໄປ ແລະ ປາສະຈາກພະຍາດແຊກຊ້ອນອື່ນໆໄດ້.
 
ແຕ່ປັນຫາກໍຄືວ່າ ເຖິງບ້ານເຮົາຈະມີຢາກິນ ມີສະຖານທີ່ດູແລປິ່ນປົວ (ART) ແຕ່ກໍຍັງພົບຜູ້ຕິດເຊື້ອບາງຈຳພວກ ທີ່ພົວພັນກັບຢາເສບຕິດ ຂອງມື່ນເມົາ ເຮັດໃຫ້ປະມາດ ຂາດຄວາມເອົາໃຈໃສ່ໃນການກິນຢາ ແລະ ປັນຫາທາງເສດຖະກິດ ຄອບຄົວ ຄົນເຈັບຢູ່ຫ່າງໄກຊອກຫລີກ ຫຼື ຍ້າຍຖິ່ນຖານ ເຮັດໃຫ້ພົບຂໍ້ຍຸ້ງຍາກການໄປຕໍ່ຢາ.
 
ພວກເຮົາ ແລະ ອາສາສະມັກປະຈຳສູນ ARV ແລະ ART ພາຍໃຕ້ໂຄງການຊ່ວຍເຫຼືອໜຶ່ງ ຂອງ GFATM + C19 RM ທີ່ເລັ່ງເຫັນປັນຫານີ້ ຈຶ່ງໄດ້ລົງຕິດຕາມ ແລະ ສະໜັບສະໜູນອາສາສະມັກໄປສົ່ງຢາໃຫ້ເຖິງຄົນເຈັບດ້ວຍຕົວເອງ ເພື່ອໃຫ້ຄຳປຶກສາແບບໄກ້ສິດ ຈົນເຂົ້າໃຈສຸຂະພາບຈິດ ແລະ ຊີວິດການເປັນຢູ່ທີ່ແທ້ຈິງຂອງຄົນເຈັບ.
APL+ ຫນຶ່ງໃນບັນດາອົງການຈັດຕັ້ງສັງຄົມໄດ້ຮັບທຶນຮອບ 2

APL+ ຫນຶ່ງໃນບັນດາອົງການຈັດຕັ້ງສັງຄົມໄດ້ຮັບທຶນຮອບ 2

ຂໍຊົມເຊີຍ ແລະ ຍິນດີນຳບັນດາອົງການຈັດຕັ້ງສັງຄົມທີ່ໄດ້ຮັບທຶນຮອບ 2.
 
ວັນທີ 31 ພຶດສະພາ 2022 ທີ່ໂຮງແຮມຄຣາວພລາຊ່າ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາມອບທຶນຮອບ 2 ໃຫ້ກັບ 10 ອົງການຈັດຕັ້ງສັງຄົມ ພາຍໃຕ້ໂຄງການ “ການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກພະຍາດໂຄວິດ-19 ໃນ ສປປ.ລາວ” ຫຼື (CiSAC-19).
 
ພວກເຮາຂໍຂອບໃຈຜູ້ທຶນ ແລະ ແຜນງານ CiSAC-19 ທີ່ສຶບຕໍ່ມອບມອບທຶນຮອບ 2 ແກ່ APLPlusLaos ກໍຄື ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ ເຊິ່ງເປັນໜຶງໃນບັນດາ 10 ອົງການຈັດຕັ້ງສັງຄົມ ທີ່ໄດ້ຮັບທຶນໂຕນີ້ ເພື່ອປະກອບສ່ວນເຂົ້າໃນການໂຕ້ຕອບກັບໄພຄຸກຄາມຂອງພະຍາດໂຄວິດ-19 ໂດຍການເຄື່ອນໄຫວກິດຈະກຳ ຫຼຸດຜ່ອນການແຜ່ລະບາດຂອງເຊື້ອ ແລະ ຜົນກະທົບໃຫ້ແກ່ຊຸມຊົນ ລວມທັງ ຄອບຄົວ, ແຮງງານເຄື່ອນຍ້າຍ, ຄູອາຈານ, ເດັກນ້ອຍ ແລະ ບຸກຄະລາກອນທາງການແພດ.
 
ໂດຍ ສະມາຄົມຂອງພວກເຮົາຈະເຮັດວຽກຮ່ວມກັບໜ່ວຍງານພາກລັດຖະບານຢູ່ ແຂວງ ຄຳມ່ວນ ເຊິ່ງແຜນງານໂຕນີ້ ເປັນທຶນສະໜັບສະໜຸນຈາກສະຫະພາບເອີຣົບ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດໂດຍ ອົງການແພນລາວ, SAEDA LAO Chias Laos ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ – Lao CSO Coordination Office – LCCO ຮ່ວມກັບຫຼາຍກະຊວງທີ່ກ່ຽວຂ້ອງ ແລະ ໃຫ້ທິດຊີ້ນຳໂດຍກະຊວງສາທາລະນະສຸກ.
 
31 May 2022, The second phase contract signing ceremony for 10 CSOs in the civil society action to prevent and mitigate covid-19 (CiSAC-19) was held at Crown Plaza Hotel, Vientiane.
 
Lao Civil Society Organisations (CSOs) are responding to the COVID-19 threat across the country. The CiSAC COVID project has approved 10 small grants from Civil Society Organisations to conduct activities that will stop mitigating COVID-19 from spreading and reduce the impacts on communities, including families, migrant workers, teachers, children, and children health care workers.
 
These organizations will work with the government in 10 provinces, with funding support from the European Union in Laos, implementation support from Plan International, SAEDA, CHIAs, LCCO, and many ministries, led by the Ministry of Health.
 
Congratulations to these organizations ! :
1. Community Association for Mobilising Knowledge in Development (CAMKID) in Bokeo Province
2. Social Development Alliance Association (SODA) in Luang Namtha Province
3. The Association for Mutual Assistant (AMA) in Luang Prabang Province.
4. Huam Jai Asasamak Association (HJA) in Xayaburi Province
5. Gender Development Association (GDA) in Vientiane Province
6. Informal Worker Advancement Association (IWAA) in Vientiane Capital
7. Association for Promotion of good life to Children-youth (APPREN) in Bolikhamxai Province
8. Association of People Living with HIV/AIDS (APL+) in Khammouane Province
9. Community Development Association (CoDA) in Savannakhet Province
10. Lao Disable People’s Association Champasak Branch (LDPA.CPS) in Champasak Province
ວັນດູແລສຸຂະພາບ ເວລາມີປະຈຳເດືອນ ຄັ້ງທຳອິດຂອງ ສປປ.ລາວ

ວັນດູແລສຸຂະພາບ ເວລາມີປະຈຳເດືອນ ຄັ້ງທຳອິດຂອງ ສປປ.ລາວ

ວັນທີ 25 ພຶດສະພາ 2022 ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ(APL+) ຮ່ວມກັບ ມູນນິທິຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີ/ເອດ ປະຈຳລາວ (AHF) ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ແລະ ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດງານວັນດູແລສຸຂະພາບ ເວລາມີປະຈຳເດືອນຄັ້ງປະຖົມມະເລີກ ຢູ່ສະໂມສອນໃຫຍ່ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ.
 
ເຊິ່ງງານໃນຄັ້ງນີ້ ໄດ້ຮັບການຮ່ວມມຶ ມາເປັນປະທານຂອງ ທ່ານ ຮອງສາສະດາຈານ ປທ. ວິໄຊ ຈັນສະຫວ່າງ ອະທິການບໍດີມະຫາວິທະຍາໄລ ສຸພານຸວົງ, ທ່ານ ດຣ.ບົວທອງ ສີມມະໂນວົງ ຮອງຫົວໜ້າສູນຕ້ານເອດ ແລະ ພຕພ, ທ່ານ ດຣ. ຈິນຕະນາ ສົມຄະເນ ຜູ້ປະສານງານໂຄງການຂອງ ມູນນິທິຊ່ວຍເຫຼືອດູແລຜູ້ຕິດເຊື້ອ (AHF) ແລະ ທ່ານ ຮອງປະທານ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ(APL+) ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ຄູ່ຮ່ວມງານ ຄູອາຈານ ນັກຮຽນ ນັກສຶກສາ ລວມ ຫຼາຍກວ່າ 500 ຄົນເຂົ້າຮ່ວມ.
 
ວັນດູແລສຸຂະພາບ ເວລາເປັນປະຈຳເດືອນ ສາກົນໄດ້ກຳໜົດໃຫ້ມີຂື້ນທຸກວັນທີ 28 ພຶດສະພາ ຂອງທຸກໆປີ ແລະ ງານນີ້ຖືວ່າເປັນວັນແຫ່ງການດູແລສຸຂະພາບສຳຫຼັບໄວຈະເລີນພັນ ເຊິ່ງເປັນຄັ້ງທຳອິດ ຂອງ ສປປ ລາວ ທີ່ສະມາຄົມ ມູນນິທິ ແລະ ມະຫາວິທະຍາໄລສຸພານຸວົງຮ່ວມກັນຈັດຂື້ນ ໂດຍທາງມູນນິທິກໍຄືເຈົ້າພາບ ຄາດວ່າຈະມີການຈັດກິດຈະກຳແບບນີ້ທຸກປີ ໃນຂອບເຂດທົ່ວທຸກແຂວງ ເພື່ອໃຫ້ນ້ອງ ນັກສຶກສາ ແລະ ໄວໜຸ່ມທັງເພດຊາຍ ເພດຍິງ ໄດ້ມີໂອກາດເຂົ້າເຖິງຂໍ້ມູນຂ່າວສານ ຜ້າອະນາໄມ ຖົງຢາງອະນາໄມໂດຍບໍ່ເສຍຄ່າ ແລະ ເພື່ອເປັນການແລກປ່ຽນຂໍ້ມູນຄວາມຮູ້ລະຫວ່າງໄວຫນຸ່ມຊາຍ-ຍິງ ເລື່ອງການປ້ອງກັນ ພະຍາດເຮສໄອວີເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນອື່ນໆ.
 
ທ່ານ ດຣ.ຈິນຕະນາ ກ່າວຕອນຫນຶ່ງວ່າ ປັດຈຸບັນນີ້ ທົ່ວໂລກມີແມ່ຍິງ ປະມານ 1,8 ຕື້ຄົນ ທີ່ບໍ່ສາມາດເຂົ້າເຖິງຜ້າອະນາໄມ ບາງປະເທດ ພົບກັບຄວາມຍຸ້ງຍາກໃນການເຂົ້າເຖິງຜ້າອະນາໄມ ແລະ ຄວມຍຸ້ງຍາກໃນການດຳລົງຊີວິດປະຈຳວັນ ໃນເວລາເປັນປະຈຳເດືອນ ເຂົາເຈົ້າຕ້ອງໄດ້ຂາດໂຮງຮຽນ ພັກການ ຫຼື ວ່າ ບໍ່ສາມາດເຮັດວຽກປົກກະຕິໄດ້ ນອກຈາກນັ້ນ ເຂົາຍັງໄດ້ຮັບການຈຳແນກລັງກຽດ ເພາະວັດທະນະທຳ ຄວາມເຊື່ອທີ່ແຕກຕ່າງ ວ່າການເປັນປະຈຳເດືອນເປັນສິ່ງທີ່ເປື້ອນເປີະ ຂີ້ດຽດ ແລະ ໜ້າລັງກຽດ ດັ່ງນັ້ນ ເພື່ອຢາກປັບປ່ຽນທັດສະນະຄະຕິກຸ່ມຄົນເຫຼົ່ານັ້ນ ໃຫ້ເຂົ້າໃຈທຳມະຊາດຂອງແມ່ຍິງ ແລະ ໃຫ້ການສະນັບສະໜູນແມ່ຍິງ ໃຫ້ເຂົາສາມາດດຳລົງຊີວິດໄດ້ເຫມືອນຄົນທົ່ວໄປ.
 
ໂດຍພາຍໃນງານທີ່ເຕັ້ມໄປດ້ວຍຜູ້ເຂົ້າຮ່ວມ ທາງທີມງານຈັດໃຫ້ມີກິດຈະກຳສຳຫຼັບນັກສຶກສາທັງພາຍໃນ ແລະ ພາຍນອກຫ້ອງປະຊຸມໃຫຍ່ ເຊິ່ງເປັນກິດຈະກຳເປີດກວ້າງບໍ່ແມ່ນແຕ່ພາຍໃນມະຫາໄລເທົ່ານັ້ນ ຄົນທາງນອກກໍສາມາດມາຮ່ວມໄດ້ ບໍ່ວ່າຈະເປັນບໍລິການກວດເລືອດຫາເຊື້ອເຮສໄອວີຟຣີຈາກຄະນະແພດຫມໍ ຮັບຜ້າອະນາໄມ ຖົງຢາງອະນາໄມຟຣີ ການຫຼິ້ນເກມຖາມ-ຕອບເພື່ອຊິງຂອງລາງວັນ ແລະ ກິດຈະກຳສົນທະນາແລກປ່ຽນໃຫ້ຄວາມຮູ້ທີ່ຫຼາກຫຼາຍກ່ຽວກັບ ສຸຂະອະນາໄມ ເວລາເປັນປະຈຳເດືອນ ການປ້ອງກັນເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສຳພັນອື່ນໆ.
 
ນາງ ມິຕະດາ ໜຶ່ງໃນຜູ້ເຂົ້າຮ່ວມ ໄດ້ກ່າວກັບທີມງານວ່າ ໃນມື້ນີ້ໄດ້ຮັບຄວາມຮູ້ຫຼາຍຢ່າງ ຈາກທີມງານ ທີ່ມາໃຫ້ຄວາມຮູ້ ເລື່ອງພະຍາດຕິດຕໍ່ທາງເພດສຳພັນ ວິທີການປ້ອງກັນ ແລະ ຄວາມຮູ້ໃນດ້ານການມີປະຈຳເດືອນຂອງເພດຍິງ ແລະ ໄດ້ມາປັບທັດສະນະຄະຕິຂອງຕົວເອງວ່າ ການມີປະຈຳເດືອນ ແລະ ພະຍາດຕິດຕໍ່ທາງເພດສຳພັນ ກໍຄື ໂຣກເອດ ວ່າມັນບໍ່ໄດ້ເປັນທີ່ໜ້າລັງກຽດຂະນາດນັ້ນ. ເພາະວ່າປັດຈຸປັນນີ້ສັງຄົມເຮົາເປີດກວ້າງ ແລະ ໂຣກເອດກໍສາມາດຮັກສາໄດ້ ແລະ ສາມາດຢູ່ຮ່ວມກັນແບບປົກກະຕິໄດ້.
 
APL+ ຈັດຝຶກອົບຮົມການສື່ສານຜ່ານ Online Platform ແລະ Index Testing ໃຫ້ອາສາສະມັກ

APL+ ຈັດຝຶກອົບຮົມການສື່ສານຜ່ານ Online Platform ແລະ Index Testing ໃຫ້ອາສາສະມັກ

ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ (APL+) ຮ່ວມກັບ ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ເລີ່ມປະຕິບັດໂຄງການຮ່ວມມືເພື່ອການປັບປຸງວຽກງານຕ້ານ ແລະ ສະກັດກັ້ນ ເຊື້ອເຮສໄອວີ/ເອດ ແລະ ພຕພ ຢູ່ສປປລາວ.ໂດຍການຈັດກອງປະຊຸມຝຶກອົບຮົມ ການສ້າງທັກສະຄວາມສາມາດດ້ານການສື່ສານຜ່ານ Online Platform ແລະ Index Testing ໃຫ້ອາສາສະໝັັກ ແລະ ທ່ານໝໍປະຈຳສູນ ART ຢູ່ແຂວງຄຳມ່ວນ.
ຊຶ່ງໃນກອງປະຊຸມຝຶກອົບຮົບໄດ້ຮັບກຽດເປັນປະທານເປີດຂອງທ່ານ ດຣ.ບົວທອງ ສີມະໂນວົງ ຮອງຫົວໜ້າສູນຕ້ານເອດ ແລະ ພຕພ ພ້ອມດ້ວຍ ທ່ານ ກໍລະກັນ ທິບພະວົງ ປະທານ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ ຄະນະຈາກສູນຕ້ານເອດ ແພດໝໍ ແລະ ອາສາສະໝັກ ທັງໝົດ 11 ຄົນ ຍິງ 7 ຄົນເຂົ້າຮ່ວມ.
ການຈັດຝຶກອົບຮົມໃນຄັ້ງນີ້ເພື່ອແນ່ໃສ່ເສີມສ້າງທັກສະໃຫ້ອາສາສະໝັກໃນຊຸມຊົນ ແລະ ທ່ານໝໍ ໃນການຕິດຕາມຄູ່ຮ່ວມນອນຂອງຜູ້ຕິດເຊື້ອ (Index Testing) ເພື່ອສ້າງຂີດຄວາມສາມາດໃນການຕິດຕາມ ແລະ ການຊອກຫາກຸ່ມຜູ້ຕິດເຊື້ອເພື່ອໃຫ້ໄດ້ຮັບການກວດເລືອດ ສາມາດນຳເຂົາເຈົ້າເຂົ້າມາໃນລະບົບການປິ່ນປົວໄດ້ແຕ່ຫົວທີ ແລະ ເພື່ອປະສິດທິພາບການເຮັດວຽກຂອງອາສາສະໝັກໃນຊຸມຊົນ ທັງນີ້ກໍເພື່ອຊ່ວຍຫຼຸດຜ່ອນໜ້າວຽກຂອງທ່ານໝໍ ໃຫ້ກຸ່ມຜູ້ຕິດເຊື້ອໄດ້ຮັບການບໍລິການຢ່າງທົ່ວເຖິງ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນ.
ເນື້ອໃນການຝຶກອົບຮົມໃນຄັ້ງນີ້ ປະກອບດ້ວຍ ການບໍລິການຊວນຄູ່ຂອງຜູ້ຕິດເຊື້ອ ມາຮັບການກວດຫາເຊື້ອເຮສໄອວີ, ການຈັດຕັ້ງປະຕິບັັດຂອງ Index Testing, ຂັ້ນຕອນ ແລະ ວິທີການຕ່າງໆໃນການຕິດຕາມຄູ່ຮ່ວມນອນຂອງຜູ້ຕິດເຊື້ອ, ແບບຟອມການຂຽນ ແລະ ການປ້ອນຂໍ້ມູນເຂົ້າສູ່ລະບົບ, ຄໍາແນະນໍາ ແລະ ຍຸດທະສາດການຕິດຕາມຊຸກຍູ້ ພ້ອມດ່ຽວກັນນັ້ນ ຜູ້ເຂົ້າຮ່ວມກໍໄດ້ສະແດງຄວາມຄິດເຫັນ ແລະ ສົນທະນາແລກປ່ຽນຮ່ວມກັນ.
ຖ້າເຮົາເຂົ້າໃຈ ເຮສໄອວີ ອາດບໍ່ໄດ້ເປັນຕາຢ້ານຢ່າງທີ່ທ່ານຄິດ

ຖ້າເຮົາເຂົ້າໃຈ ເຮສໄອວີ ອາດບໍ່ໄດ້ເປັນຕາຢ້ານຢ່າງທີ່ທ່ານຄິດ

ຄັ້ງທຳອິດ ແມ່ນຫຍັງກໍເບິ່ງຄືວ່າຕື່ນເຕັ້ນ ແລະ ໜ້າຢ້ານກົວຫຼາຍເມື່ອໄດ້ຍິນ ໂດຍສະເພາະ ພະຍາດຮ້າຍ ຄື ໂຄວິດ-19 ເຄີຍເຮັດໃຫ້ຄົນຢ້ານ ວິຕົກກັງວົນ ເພາະຄວາມບໍ່ຮູ້ ບໍ່ມີເຄື່ອງມື ແລະ ວິທີການປ້ອງກັນທີ່ດີ. ແລະ ເຮສໄອວີ/ເອດກໍຄົງບໍ່ຕ່າງກັນ ເປັນເຊື້ອພະຍາດຕິດຕໍ່ທີ່ເຄີຍໂດງດັ່ງ ເຮັດໃຫ້ຄົນທົ່ວໂລກຢ້ານກົວ ວິຕົກກັງວົນ ແຕ່ມາ ບັດນີ້ ຫຼາຍຄົນໄດ້ຮຽນຮູ້ ແລະ ເຂົ້າໃຈຫຼາຍຂື້ນ ວ່າມັນແມ່ນຫຍັງ ມີເສັ້ນທາງການຕິດຕໍ່ຈາກພຶດຕິກຳແນວໃດແດ່ ຮູ້ເຖິງວິທີການປ້ອງກັນຄວາມສ່ຽງ ປະກອບກັບປະສິດທິພາບຂອງຢາ ສາມາດຫຼຸດຜ່ອນການຕິດຕໍ່ໄດ້ ມັນຈິ່ງບໍ່ເປັນຕາຢ້ານຢ່າງທີ່ທ່ານຄິດ. ແຕ່ທຸກຄົນຢ່າລືມວ່າ ເຊື້ອໄວຣັສ ແລະ ພະຍາດຕິດຕໍ່ນີ້ຍັງມີຢູ່ ແລະ ພ້ອມທີ່ຈະກຳເລີບຂື້ນອີກ ວິທີການທີ່ດີ ຄື ເຮົາຕ້ອງຮູ້ຈັກຮັກສາສຸຂະພາບ ໃຊ້ຊີວິດບໍ່ປະມາດ ແລະ ຮູ້ຈັກການປ້ອງກັນ ແບບນີ້ເຮົາກໍຈະຫ່າງໄກ ຈາກເຮສໄອວີ/ເອດແລ້ວ.